*//// *//// ລັດຖະມົນຕີກະຊວງ ຮສສ ເນັ້ນໃຫ້ພະແນກແຮງງານແຂວງວຽງຈັນ ປັບປຸງຫຼາຍໜ້າວຽກ – Vte9 *//// *////

ລັດຖະມົນຕີກະຊວງ ຮສສ ເນັ້ນໃຫ້ພະແນກແຮງງານແຂວງວຽງຈັນ ປັບປຸງຫຼາຍໜ້າວຽກ

ແບ່ງປັນຂ່າວນີ້

ການລົງຊຸກຍູ້ວຽກງານຂອງ ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ແຮງງານ ແລະ ສະ ຫວັດດີການສັງຄົມ ພ້ອມຄະນະ ໃນວັນທີ 15 ກຸມພາ ຜ່ານມາ, ໂດຍການຕ້ອນຮັບຂອງທ່ານ ຍົມສອນ ຄໍາມາສີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ ພ້ອມດ້ວຍຄະນະ ພ້ອມທັງ ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການປີ 2022 ເຊິ່ງຍົກໃຫ້ເຫັນເຖິງຜົນສໍາເລັດຫຼາຍດ້ານທີ່ສາມາດຍາດມາໄດ້ ສະແດງອອກໃນບົດສະຫຼຸບລາຍງານບາງດ້ານປະຕິບັດໄດ້ຕາມແຜນການ ແລະ ລື່ນແຜນ ການທີ່ກໍານົດໄວ້.

ຕໍ່ກັບການລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານໃນຄັ້ງນີ້ ທ່ານ ນາງ ໃບຄໍາ ຂັດທິຍະ ກໍ່ໄດ້ຊີ້ນໍາໃນບາງຈຸດໃຫ້ພະແນກແຮງງານ ແລະ ສະ ຫວັດດີການສັງຄົມ ແຂວງວຽງຈັນ ເອົາໃຈໃສ່ເພີ່ມທະວີທາງດ້ານການເມືອງແນວຄິດ, ດ້ານຄຸນທາດການເມືອງ, ຄຸນສົມບັດ ສິນນະທໍາປະຕິວັດ, ປັບປຸງດ້ານພາລະບົດບາດວຽກງານຂອງຕົນ, ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດສົມເຫດສົມຜົນ ໂດຍປະສານສົມ ທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ, ເອົາໃຈໃສ່ການເຄື່ອນໄຫວວຽກງານວິຊາສະ ເພາະ ເປັນຕົ້ນແມ່ນ ການສ້າງນິຕິກໍາ ກ່ຽວກັບ ແຮງງານ ແລະ ສະຫວັດດີການສັງຄົມ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ງ່າຍຂຶ້ນ ແລະ ເພື່ອເປັນການແກ້ໄຂປະກົດການຍໍ້ທໍ້ທີ່ມັກເກີດຂຶ້ນ. ປັບປຸງຄືນໃໝ່ ຈາກການຄຸ້ມຄອງບໍລິຫານລັດ ມາເປັນການບໍລິການລັດແກ່ປະຊາຊົນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອເຮັດໃຫ້ວຽກງານໄດ້ເຄື່ອນໄປດ້ວຍດີ ແລະ ມີຜົນສໍາເລັດສູງ

ໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ຍັງໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ແກ່ປະຊາຊົນທີ່ທຸກຍາກ ແລະ ຜູ້ດ້ອຍໂອກາດ ຢູ່ແຂວງວຽງຈັນ ມູນຄ່າ 45 ລ້ານກີບ. ຈາກນັ້ນ ກໍໄດ້ລົງຢ້ຽມຢາມໂຮງງານໄມ້ອັດ ບໍລິສັດ ບົວລະພາກະສິກໍາປ່າໄມ້ ຢູ່ເມືອງຫີນເຫີບ ຕື່ມອີກ.