*//// *//// ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຄຳມ່ວນ, ສ້າງຂະບວນການປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ  – Vte9 *//// *////

ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຄຳມ່ວນ, ສ້າງຂະບວນການປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 

ແບ່ງປັນຂ່າວນີ້


ເພື່ອເປັນການສ້າງຂະບວນການ ຄໍານັບຮັບຕ້ອນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ 01 ມິຖຸນາ ຄົບຮອບ 42 ປີ(01/06/1980-01/06/2022) ທີ່ຈະມາເຖິ່ງໃນໝໍ່ໆນີ້, ດັ່ງນັ້ນ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຄຳມ່ວນ ໄດ້ຈັດພິທີ ສ້າງຂະບວນການປູກຕົ້ນໄມ້,ຢູ່ສະຖານທີ່ເດີນອ້ອມຂ້າງບໍລິເວນພາຍໃນກຳແພງຄ້າຍຄຸມຂັງ-ດັດສ້າງ,ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 27 ພຶດສະພາ 2022 ນີ້,ໂດຍການນຳພາ ຂອງ ທ່ານ ພັທ ຄູນຄຳ ຈອນບຸນຕາ ຄະນະພັກກອງບັນຊາການ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບພາຍໃນຄ້າຍເຂົ້າຮ່ວມ.

ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ປະກອບມີ: ຕົ້ນໝາກມ່ວງ, ຕົ້ນໝາກຂາມ,ຕົ້ນໝາກລຳໄຍ, ແລະ ຕົ້ນໝາກມີ້, ຈຸດປະສົງການປູກຕົ້ນໄມ້ໃນຄັ້ງນີ້ກໍ່ເພື່ອສ້າງຂະບວນການຄຳນັບຮັບຕ້ອນ ວັນທີ 1 ມີຖຸນາ ທີ່ໃກ້ຈະມາຮອດມາເຖິ່ງນີ້ ໃຫ້ມີບັນຍາກາດຝົດຝື້ນ ຄຽງຄູ່ກັບການອານຸລັກສົ່ງເສີ່ມສິງແວດລ້ອມ ແນ່ໃສ່ເຮັດໃຫ້ຄ້າຍຄຸມຂັງ ມີຄວາມ ຂຽວສົດງົດງາມ ທັງເປັນການປູກຕົ້ນໄມ້ໄວ້ກິນໝາກພາຍໃນກົມກອງ ອີກດ້ວຍ

 ທິບພະຈັນ:ຮຽບຮຽງ