*//// *//// ຫ້ອງການກອງເລຂາຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກກຽມສະຫລອງວັນເດັກທີ່ແຂວງອັດຕະປື  – Vte9 *//// *////

ຫ້ອງການກອງເລຂາຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກກຽມສະຫລອງວັນເດັກທີ່ແຂວງອັດຕະປື 

ແບ່ງປັນຂ່າວນີ້

ໃນລະຫວ່ງວັນທີ 29-31 ພຶດສະພາ 2022 ນີ້ ທີ່ນະຄອນຫລວວຽງຈັນ, ຫ້ອງການກອງເລຂາຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ໄດ້ເປີດອົບຮົມຈັດກິດຈະກໍາໃຫ້ແກ່ນ້ອງນັກຮຽນ ທີ່ຖືກຄັດເລືອກເປັນຕົວແທນໃນ 5 ໂຮງຮຽນ ທີ່ມາຈາກ 5 ຕົວເມືອງພາຍໃນ ແຂວງອັດຕະປື ເພື່ອກະກຽມຄວາມພ້ອມໃນການສະເຫລີມສະຫລອງວັນເດັກສາກົນປີ 2022 ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນຟົດຟື້ນ ພາຍໃຕ້ຫົວຂໍ້ ”ສ້າງອະນາຄົນທີ່ດີກວ່າເພື່ອເດັກທຸກຄົນ”. ເປັນປະ ທານກ່າວເປີດໂດຍທ່ານ ນາງ ຈົງຈິດ ຈັນທະລານົນ ຮອງຫົວໜ້າຫ້ອງການກອງເລຂາ ຄຊກມດ, ມີບັນ ດາຄະນະທີມງາມ  ຄຊກມດ; ພ້ອມດ້ວຍຄູ-ອາຈານ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ນາງ ຈົງຈິດ ຈັນທະລານົນ ໃຫ້ຮູ້ວ່າ: ການສະເຫລີມສະຫລອງວັນເດັກສາກົນ 01 ມິຖຸນາປີນີ້ ຖືເປັນໂອກາດອັນດີທີ່ຈະໄດ້ຈັດຫລາຍກິດຈະກໍາຂຶ້ນ ທີ່ແຂວງອັດຕະປື ໃຫ້ເປັນຂະບວນຟົດຟື້ນ ເພື່ອເປັນການສ້າງໃຫ້ເດັກທີ່ຢູ່ໃນຫລາຍເມືອງ ແລະ ຫລາຍໂຮງຮຽນ ໃນແຂວງອັນຕະປື ໄດ້ມີການແລກປ່ຽນພົບປະເຊິ່ງກັນ ແລະ ກັນ, ກ້າສະແດງອອກໃນເວທີແນວຄວາມຄິດ ໃນການພັດທະນາທັກສະ, ປະສົມການຮຽນຮູ້, ຍົກສູງຄວາມສາມາດ ແລະ ຄວາມສາມັກຄີ ເພື່ອພັດທະນາຕົນເອງ ນໍາເອົາປະສົບການ ໄປຖ່າຍທອດໃຫ້ກັບໝູ່ເພື່ອນໃນອີກຫລາຍໆຄົນ. 

ສໍາລັບການຈັດອົບຮົມໃນກິດຈະກໍາຄັ້ງນີ້ ປະກອບມີຫລາກຫລາຍຫົວຂໍ້ທີ່ແຕກຕ່າງກັນເຊັ່ນ: ກິດຈະກໍາການເປັນພິທີກອນ, ການນໍາສະເໜີແຕ້ມຮູບ, ການສະແດງລະຄອນ, ການສ້າງວີດີໂອ, ການສະ ແດງສິລະປະວັນນະຄະດີ, ຮ້ອງເພງ, ການນໍາສະເໜີຜົນການຄົ້ນຄວ້າສິ່ງທ້າທາຍ, ສິ່ງທີ່ພົ້ນເດັ່ນ ແລະ ວິທີແກ້ໄຂໂດຍເດັກ ແລະ ອື່ນໆ.

ທິບພະຈັນ:ຮຽບຮຽງ