*//// *//// ກະຊວງໂຍທາທິການ ແລະ ຂົນສົ່ງຮ່ວມກັບ ພະແນກ ຍທຂ ແຂວງ ຄໍາມ່ວນ ເຜີຍແຜ່ ກົດລະບຽບຈາລະຈອນ ແລະ ຄວາມປອດໄພ ໃນການນໍາໃຊ້ເສັ້ນທາງ  – Vte9 *//// *////

ກະຊວງໂຍທາທິການ ແລະ ຂົນສົ່ງຮ່ວມກັບ ພະແນກ ຍທຂ ແຂວງ ຄໍາມ່ວນ ເຜີຍແຜ່ ກົດລະບຽບຈາລະຈອນ ແລະ ຄວາມປອດໄພ ໃນການນໍາໃຊ້ເສັ້ນທາງ 

ແບ່ງປັນຂ່າວນີ້

ການເຜີຍແຜ່ ກົດລະບຽບຈາລະຈອນ ແລະ ຄວາມປອດໄພ ໃນການນໍາໃຊ້ເສັ້ນທາງໃນຄັ້ງນີ້ ທ່ານ ບຸນກ້ວາງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ ປະທານກອງປະຊຸມກໍ່ໄດ້ໂອ້ລົມ ໃຫ້ທິດຊີ້ນຳ ເບື້ອງຕົ້ນທ່ານກໍ່ໄດ້ ສະແດງຄວາມຂອບໃຈ ມາຍັງກົມຂົວທາງ ກະຊວງໂຍທາ ແລະພະແນກໂຍທາແຂວງ ຕະຫລອດຮອດໂຄງການ ທີ່ໄດ້ນຳເອົາ ບັນດາລະບຽບການມາເຜີຍແຜ່ໃນຄັ້ງນີ້ ພ້ອມກັນນັ້ນທ່ານຍັງໄດ້ ຮຽກຮ້ອງໃຫ້ຄະນະນຳພາຍໃນເມືອງ ຕະຫລອດຮອດພໍ່ແມ່ປະຊາຊົນ ນັກຮຽນຮູ້ປັນຍາຊົນ ທຸກຊັ້ນຄົນ ພາຍໃນເມືອງ ຕ້ອງໄດ້ພ້ອມກັນ ນຳເອົາບັນດາກົດລະບຽບຕ່າງໆ ທີ່ຂັ້ນເທີງວາງອອກໄປນຳໃຊ້ ໃຫ້ຖືກຕ້ອງແລະ ສອດຄ່ອງກັບຕົວຈິງ ເພື່ອເຮັດໃຫ້ ການສັນຈອນ ໄປ-ມາ ຂອງພໍ່ແມ່ປະຊາຊົນພາຍໃນເມືອງບົວລະພາໄດ້ມີຄວາມຖືກຕ້ອງ ແລະ ປອດໄພ

ຈຸດປະສົງ ໃນຄັ້ງນີ້ ກໍ່ເພື່ອເຜີຍແຜ່ ກົດລະບຽບຈາລະຈອນ ແລະ ຄວາມປອດໄພ ໃນການນໍາໃຊ້ເສັ້ນທາງ ພ້ອມທັງອະທິບາຍ ແລະ ຊີ້ແຈ້ງກ່ຽວກັບ ການສັນຈອນ ແລະ ບັນດາ ປ້າຍຊີ້ບອກເສັ້ນທາງຕ່າງໆ ຢ່າງລະອຽດ ເພື່ອເຮັດໃຫ້ ການສັນຈອນໄປມາ ຂອງນ້ອງນ້ອຍນັກຮຽນແລະ ພໍ່ແມ່ປະຊາຊົນ ກໍ່ຄື ພາຍໃນເມືອງບົວລະພາ ໄດ້ມີ ການສັນຈອນທີ່ ສະດວກ ແລະ ປອດໄພ ແລະ ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີກິດຈະກຳ ການຕອບຄຳຖາມ ເພື່ອຮັບ ຂອງ ຂັວນນຳອີກດ້ວຍ.

ທິບພະຈັນ: ຮຽບຮຽງ