*//// *//// ພິທີຖວາຍເພີງສະລີລະສັງຂານ ຍາທ່ານ ສາລີ ສີລາງາມ ຈັດຂຶ້ນຢ່າງສົມກຽດ  – Vte9 *//// *////

ພິທີຖວາຍເພີງສະລີລະສັງຂານ ຍາທ່ານ ສາລີ ສີລາງາມ ຈັດຂຶ້ນຢ່າງສົມກຽດ 

ແບ່ງປັນຂ່າວນີ້


ພິທີ ຖວາຍເພີງສະລີລະສັງຂານ (ຊາປະນາກິດສົບ) ຂອງຍາທ່ານ ສາລີ ສີລາງາມ ອະດີດຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະປະຕິບັດກຳມະຖານ ແຂວງຄຳມ່ວນ, ອະດີດເຈົ້າອະທິການ ວັດໂພທິຍະຣາມ ບ້ານຈອມແຈ້ງ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2022 ທີ່ເດີ່ນວັດໂພທິຍະຣາມ ບ້ານຈອມແຈ້ງ ໂດຍມີ ຍາທ່ານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳພັກ-ລັດ, ພຣະສົງ-ສັມມະເນນແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.

 ຍາທ່ານ ສາລີ ສີລາງາມ ແມ່ນໄດ້ລະສັງຂານ ໃນວັນທີ 4 ພຶດສະພາ 2022 ຍ້ອນອາການອາພາດ (ໂລກປະຈຳຕົວ) ຂອງເພິ່ນເອງ, ສິຣິອາຍຸລວມ 71 ປີ 49 ພັນສາ, ຍາທ່ານ ສາລີ ສີລາງາມ ໄດ້ເກີດຄວາມເຫຼື້ອມໃສໃນພຣະພຸດທະສາສະໜາ ແລະ ໄດ້ຕັດສິນໃຈເຂົ້າບວດເປັນສັມມະເນນ ໃນວັນທີ 7 ມີນາ 1971 ຢູ່ທີ່ບ້ານລົບປາດີກາງ ເມືອງໂຂງ ແຂວງຈຳປາສັກ ຫຼັງຈາກ ນັ້ນມາ ເພິ່ນເອງກໍ່ໄດ້ຕັ້ງໜ້າຄົ້ນຄວ້າ ສຶກສາຮໍ່າຮຽນ ພຣະທັມມະວິໄນ ຫຼັກທັມຄໍາສອນຂອງອົງສົມເດັດພຣະສັມມາ ສັມພຸດ ທະເຈົ້າ ແລະ ໄດ້ເຜີຍແຜ່ເທສະໜາສັ່ງສອນ ໃຫ້ອອກຕົນຍາດໂຍມໄດ້ເຂົ້າໃຈໃນຫຼັກທັມ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ຢ່າງກວ້າງຂວາງຕະຫຼອດມາ. ນອກຈາກນັ້ນຍັງໄດ້ຮຽນສູດ, ເທດໜັງສືໂຕທຳ, ໂຕລາວ, ບາລີ ເຮັດໃຫ້ສິດສານຸສິດ ແລະ ອອກຕົນຍາດໂຍມ ມີຄວາມສັດທະເຫຼື້ອມໃສຢ່າງກວ້າງຂວາງ.

ໃນຊ່ວງທີ່ຍາທ່ານໄດ້ມີຊີວິດຢູ່ ຍາທ່ານກໍ່ແມ່ນຜູ້ໜຶ່ງ ທີ່ໄດ້ປະກອບສ່ວນເຫື່ອແຮງ ສະຕິປັນຍາ ເຂົ້າໃນວຽກງານ ທາງພຸດທະສາສະໜາແລະ ວຽກງານສັງຄົມຢ່າງຫຼວງຫຼາຍ.  ຕໍ່ຜົນງານການເຄື່ອນໄຫວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງຍາທ່ານໃນໄລຍະຜ່ານມາ ໄດ້ຮັບໃບຍ້ອງຍໍຈາກອົງການຈັດຕັ້ງຕ່າງໆເຊັ່ນ: ໄດ້ຮັບ ໃບຍ້ອງຍໍຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ໃບຍ້ອງຍໍຈາກອົງການແນວລາວສ້າງຊາດແຂວງ, ໃບຍ້ອງຍໍ ຈາກເຈົ້າຄະນະແຂວງ, ເຈົ້າຄະນະເມືອງ, ໃບກຽດຕິຄຸນ, ໃບອະນຸໂມທະນາບັດແລະ ໄດ້ຮັບຫຼຽນລະນຶກ 60 ປີ ສູນກາງ ແນວລາວສ້າງຊາດ ອີກຈຳນວນໜຶ່ງ. 

ຍາທ່ານ ສາລີ ສີລາງາມ ເປັນພຣະເຖລະຜູ້ໜຶ່ງທີ່ມີຄວາມອົດທົນ ເປັນຜູ້ສັງລວມໃນສິກສາບົດຂອງຕົນເອງ ໃຫ້ບໍລິສຸດຜຸດຜ່ອງ, ມີຄວາມເສຍສະຫຼະເພື່ອສ່ວນລວມສູງກວ່າສ່ວນຕົວ, ທຳບຸນສິນກິນທານ ຊ່ວຍເຫຼືອບ້ານເມືອງ ແລະ ສັງຄົມຢ່າງຫຼວງຫຼາຍ ບໍ່ວ່າທາງວັດຖຸ ເຂົ້າປາອາຫານ ເພິ່ນໄດ້ໂຄສະນາອົບຮົມຊີ້ນຳ-ນໍາພາພຣະສົງ-ສຳມະເນນ ສິດສານຸສິດ,  ອອກຕົນຍາດໂຍມ ແລະ ໄດ້ນຳພາສ້າງສາພັດທະນາ, ສະນັ້ນ ຍາທ່ານຈຶ່ງໄດ້ຮັບຄວາມເຄົາລົບ-ນັບຖື ຈາກພຣະສົງ-ສັມມະເນນ ແລະ ພຸດທະສາສະນິກະຊົນບັນດາເຜົ່າຢ່າງກວ້າງຂວາງ. 

ເຊິ່ງວັນເກັບອັດຖິ, ຕັ້ງບຸນແຈກເຂົ້າອຸທິດ ແມ່ນຈະໄດ້ຈັດຂຶ້ນໃນວັນ ຈັນ, ວັນທີ 30 ພຶດສະພາ 2022, ຕອນເຊົ້າ ວັນອັງຄານ, ວັນທີ 31 ພຶດສະພາ 2022 ໃສ່ບາດ ຖວາຍສັງຄະທານ.

ທິບພະຈັນ:ຮຽບຮຽງ