*//// *//// 2 ປກສ ກຸ່ມນໍາເອົາພວກມົ້ວສຸມມາສຶກສາອົບຮົມ  – Vte9 *//// *////

2 ປກສ ກຸ່ມນໍາເອົາພວກມົ້ວສຸມມາສຶກສາອົບຮົມ 

ແບ່ງປັນຂ່າວນີ້


ວັນທີ 25 ພຶດສະພາ 2022, ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ ນວ ສົມທົບກັບ ພະນັກງານລົງກໍ່ສ້າງຮາກຖານການເມືອງ, ອໍານາດການປົກຄອງບ້ານນາຍາງ ເມືອງນາຊາຍທອງ ແລະ ຜູ້ປົກຄອງ ສຶກສາອົບຮົມ ເປົ້າໝາຍມົ້ວສຸມຢາເສບຕິດ 34 ຄົນ, ຍິງ 1 ຄົນໃຫ້ຢຸດເຊົາ ບໍ່ໃຫ້ພົວພັນຫຍຸ້ງກ່ຽວກັບສິ່ງເສບຕິດ.

 ພັທ ລິນສະໄໝ ແກ່ນບົວທອງ ຫົວໜ້າ ປກສ ກຸ່ມນໍ້າກ້ຽງ ໃຫ້ຮູ້ວ່າ: ການສຶກສາອົບຮົມຄັ້ງນີ້ ແຕ່ລະພາກສ່ວນໄດ້ພະຍາຍາມເນັ້ນໃຫ້ບັນດາເປົ້າໝາຍພົວພັນມົ້ວສຸມຢາເສບຕິດ ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ຕໍ່ຊີວິດ ຊັບສິນ, ຕໍ່ສັງຄົມ ແລະ ເປັນການກະທໍາທີ່ຜິດກົດໝາຍລະບຽບ ເຮັດໃຫ້ເຂົາເຈົ້າຮັບຮູ້ ແລະ ຮູ້ສຶກກິນແໜງແຄງໃຈ ຕໍ່ການກະທຳທີ່ບໍ່ຖືກຕ້ອງຜິດຕໍ່ລະບຽບການດໍາລົງຊີວິດຂອງສັງຄົມ. ພາຍຫຼັງສຶກສາອົບຮົມເປົ້າໝາຍດັ່ງກ່າວ, ໄດ້ບັນທຶກປະຫວັດການເຄື່ອນໄຫວ, ຂຶ້ນບັນຊີຄຸ້ມຄອງຕິດຕາມ ແລ້ວມອບໃຫ້ຜູ້ປົກຄອງສືບຕໍ່ສຶກສາອົບຮົມ ແລະ ຕິດຕາມການເຄື່ອນໄຫວ.

ແລະ ໃນວັນທີ 26 ພຶດສະພາ 2022, ປກສ ກຸ່ມນາຝາຍ ເມືອງປາກງື່ມ ໄດ້ນໍາບັນດາເປົ້າໝາຍມົ້ວສຸມຢາເສບຕິດ ຈໍານວນ 18 ຄົນ ມາສຶກສາອົບຮົມ ຢູ່ວັດບ້ານຫ້ວຍນໍ້າຍຸນ ເມືອງປາກງື່ມ ນວ, ໂດຍມີ ພັທ ຄໍາມົ່ນ ຫຼວງສາມມາດ ຮອງຫົວໜ້າ ປກສ ກຸ່ມນາຝາຍ, ອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທິບພະຈັນ:ຮຽບຮຽງ