*//// *//// ມົ້ວສຸມຢາເສບຕິດ ຖືກນຳຕົວມາສຶກສາອົບຮົມໃຫ້ປ່ຽນພຶດຕິກຳ  – Vte9 *//// *////

ມົ້ວສຸມຢາເສບຕິດ ຖືກນຳຕົວມາສຶກສາອົບຮົມໃຫ້ປ່ຽນພຶດຕິກຳ 

ແບ່ງປັນຂ່າວນີ້


ໃນວັນທີ 26 ພຶດສະພາ 2022, ພັທ ສົມໄຊ ສຸລິພົນ ຫົວໜ້າ ປກສ ກຸ່ມໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາເອົາ ກຸ່ມມົ້ວສຸມຢາເສບຕິດ ຢູ່ຕະຫຼາດເກົ່າເຂດບ້ານ   ວຽງຈະເລີນ ເປັນຈຸດບ່ອນພັກເຊົາ ແລະ ມົ້ວສຸມ ຈໍານວນ 4 ຄົນ ດັ່ງກ່າວບໍ່ມີບ່ອນຢູ່ທີ່ແນ່ນອນ ມາສຶກສາອົບຮົມ ໃຫ້ປ່ຽນພຶດຕິກຳການເຄື່ອນໄຫວທີ່ຜິດຕໍ່ລະບຽບການດຳລົງຊີວິດຂອງສັງຄົມ. ສໍາລັບກຸ່ມມົ້ວສຸມຢາເສບຕິດຈຳນວດັ່ງກ່າວບໍ່ມີວຽກເຮັດງານທຳ, ຄອບຄົວຂາດເຂີນ, ຈິ່ງເເຮັດໃຫ້ພວກກ່ຽວເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ,  ເປົ້າໝາຍດັ່ງກ່າວຜ່ານມາເຄີຍຖືກກ່າວເຕືອນມາແລ້ວ 1 ຄັ້ງແຕ່ບໍ່ມີການປ່ຽນແປງ ຈິ່ງໄດ້ນຳຕົວມາສືກສາອົບຮົມເປັນຄັ້ງທີ 2 ໂດຍຍົກໃຫ້ເຫັນ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ທີ່ສົ່ງຜົນກະທົບຕໍ່ຕົນເອງ, ຄອບຄົວ ສັງຄົມ ແລະ ປະເທດຊາດ.  

ທິບພະຈັນ:ຮຽບຮຽງ