*//// *//// ສຸມໃສ່ສ້າງ 7 ບ້ານ ເມືອງສີໂຄດຕະບອງ ໃຫ້ກາຍເປັນບ້ານປ້ອງກັນຄວາມສະຫງົບດີ  – Vte9 *//// *////

ສຸມໃສ່ສ້າງ 7 ບ້ານ ເມືອງສີໂຄດຕະບອງ ໃຫ້ກາຍເປັນບ້ານປ້ອງກັນຄວາມສະຫງົບດີ 

ແບ່ງປັນຂ່າວນີ້

ວັນທີ 27 ພຶດສະພາ 2022, ປກສ ກຸ່ມ ໜອງດ້ວງ ເມືອງສີໂຄດຕະບອງ ເປີດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ສ້າງ ແລະ ປະເມີນຄອບຄົວ, ບ້ານ ປ້ອງກັນຄວາມສະຫງົບດີ ຢູ່ບ້ານ  ໜອງດ້ວງທົ່ງ, ບ້ານດົງນາໂຊກໃຕ້ ແລະ ປາກທ້າງ. ໂດຍການເປັນປະທານຂອງ ທ່ານ ສົມຊາຍ  ແສງປະດິດ ຮອງເຈົ້າເມືອງ ສີໂຄດຕະບອງ, ພັທ ສຸລິຍາ ສັງບຸດສະດີ ຫົວໜ້າ ປກສ ກຸ່ມ ໜອງດ້ວງ, ພັທ ວົງປະເສີດ ແສງອາລຸນ ຮອງຫົວໜ້າ ປກສ ກຸ່ມໜອງດ້ວງ, ທ່ານ ລັດດາ ນົນທິບຸດ ນາຍບ້ານ      ໜອງດ້ວງທົ່ງ, ມີ ຄະນະກອງກໍ່ສ້າງຮາກຖານການເມືອງກອງຮ້ອຍ 2 ເມືອງສີໂຄດຕະບອງ, ກຳລັງຮາກຖານການເມືອງ, ອົງການປົກຄອງບ້ານ, ປະຊາຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ລັດດາ ນົນທິບຸດ ນາຍບ້ານໜອງດ້ວງທົ່ງ ໄດ້ຜ່ານບົດສະຫຼຸບ ໂດຍໃຫ້ຮູ້ວ່າ: ບ້ານ ໄດ້ສຸມໃສ່ເຮັດວຽກງານໂຄສະນາ ຜ່ານໂທລະໂຄ່ງບ້ານ ແລະ ໂຄສະນາເຄື່ອນທີ່ໃຊ້ພາຫານະລົດຕິດເຄື່ອງສຽງ , ເປີດກອງປະຊຸມເຜີຍແຜ່ 11 ຄັ້ງ ມີຜູ້ຮັບຟັງ 685 ເທື່ອຄົນ ຍິງ 435 ຄົນ, ເກັບກຳຫ້າງຮ້ານ 1,  ເຮັດບົດບັນທຶກພື້ນທີ່ສ່ຽງພົວພົນຢາເສບຕິດ 15 ແຫ່ງ, ຄອບຄົວເປົ້າໝາຍພົວພັນຢາເສບຕິດມີ 74 ຄອບຄົວ ແລະ ເກັບກໍາຂຶ້ນບັນຊີເປົ້າໝາຍທັງໝົດມີ 16 ຄົນ ຍິງ 5 ຄົນ, ໃນນີ້  ມີເປົ້າໝາຍຢາເສບຕິດ 14 ຄົນ ຍິງ 6 ຄົນ.

ໃນວັນດຽວກັນ ຢູ່ຫ້ອງການບ້ານດົງກະເລົາ ປກສ ກຸ່ມໜອງບຶກ ໄດ້ເປີດກອງປະຊຸມປະເມີນຄອບຄົວປອດຢາເສບຕິດຄອບຄົວປ້ອງກັນຄວາມສະຫງົບດີ ຕິດພັນກັບການເຜີຍແຜ່ເອກະສານວາລະແຫ່ງຊາດ. ໂດຍການເປັນປະທານ ພັທ ວຽງມະນີ ແກ້ວມະນີ ຫົວໜ້າ ປກສ ກຸ່ມໜອງບຶກ, ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນມີ ໄຊຍະວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໄຊທານີ; ມີອົງການປົກຄອງບ້ານ, ຫົວໜ້າ-ຮອງໜ່ວຍ 10 ຫຼັງຄາເຮືອນ ມີຈໍານວນພົນເຂົ້າຮ່ວມ 43 ຄົນ ຍິງ 9 ຄົນ ເຂົ້າຮ່ວມ.

ພ້ອມດຽວກັນ ປກສ ກຸ່ມໜອງໜ້ຽວ ໄດ້ຈັດພິທີເປີດຂະບວນການວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງປະຕິບັດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕິດພັນກັບວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ ຢູ່ບ້ານຈຳປາ. ໂດຍການເປັນປະທານຂອງ ທ່ານ ຈັນທະວີສຸກ ຈິດຕະກອນ ຄະນະພັກເມືອງ ຫົວໜ້າຫ້ອງການບໍ່ແຮ່ ທັງເປັນເລຂາພັກບ້ານ ນາຍບ້ານຈຳປາ ຜູ້ຊີ້ນຳ ປກສ ບ້ານ, ມີ ພັທ ຄຳຊ່ຽນ ມະນີວົງ ຫົວໜ້າ ປກສ ກຸ່ມໜອງໜ້ຽວເມືອງສີໂຄດຕະບອງ, ມີບັນດາອົງການປົກຄອງບ້ານ, ພະນັກງານກໍ່ສ້າງຮາກຖານ ແລະ ປກຊ-ປກສບ້ານເຂົ້າຮ່ວມ.

ພ້ອມນີ້, ປກສ ກຸ່ມສີຖານເໜືອ ໄດ້ເປີດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕິດພັນກັບ ສ້າງ ແລະ ປະເມີນຄອບຄົວ ບ້ານປອດຢາເສບຕິດ, ການສ້າງບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານວັດໄຕນ້ອຍທົ່ງ. ໂດຍການເຂົ້າຮ່ວມການເປັນປະທານຂອງ ພັທ ຄຳໄຊ ແກ້ວວົງສາ ຮອງຫົວໜ້າກອງບັນຊາການ ປກສເມືອງສີໂຄດຕະບອງ, ມີ ພັທ ອຸດ ນັນທະວົງ ຫົວໜ້າ ປກສ ກຸ່ມສີຖານເໜືອ, ທ່ານ ມະນີຫົງ ຈັນທະວົງສາ ຄະນະພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ຜູ້ຊີນຳບ້ານວັດໄຕນ້ອຍທົ່ງ, ມີທ່ານ ຄຳໃບ ຮຸ່ງອຸໄທ ເລຂາພັກບ້ານ ນາຍບ້ານວັດໄຕນ້ອຍທົ່ງ ມີພະນັກງານກໍ່ສ້າງຮາກຖານ, ການຈັດຕັ້ງບ້ານ ປກຊ-ປກສ ບ້ານ ເຂົ້າຮ່ວມ.

ທິບພະຈັນ:ຮຽບຮຽງ