*//// *//// ສະເຫຼີມສະຫຼອງວັນຄວາມປອດໄພ ແລະ ສຸຂະພາບແຮງງານໂລກ – Vte9 *//// *////

ສະເຫຼີມສະຫຼອງວັນຄວາມປອດໄພ ແລະ ສຸຂະພາບແຮງງານໂລກ

ແບ່ງປັນຂ່າວນີ້

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ສະເຫລີມຫຼອງວັນຄວາມປອດໄພ ແລະ ສຸຂະພາບແຮງງານໂລກ ພາຍໃຕ້ຫົວຂໍ້: ສົ່ງເສີມການຮ່ວມມືຫຼາຍຝ່າຍ ເພື່ອວັດທະນະທຳຄວາມປອດໄພ ແລະ ສຸຂະພາບ.

ພິທີດັ່ງກ່າວຈັດຂື້ນໃນວັນທີ 25 ພຶດສະພາ 2022 ທີ່ໂຮງແຮມຄຣາວພລາຊາ, ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຮອງປະທາສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຜູ້ອຳນວຍການແຮງງານສາກົນປະຈຳພາກພື້ນອາຊີປາຊີຟິກ, ພ້ອມດ້ວຍ ຄະນະກົມ, ພະແນກການອ້ອມຂ້າງ, ຫົວໜ່ວຍທຸລະກິດ, ຄູ່ຮ່ວມພັດທະນາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວວ່າ: ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ແຮງງານ ແລະ ສະຫວັດດີການສັງຄົມ ໂດຍກຳນົດແນວທາງ, ນະໂຍບາຍ, ແຜນງານ ຢ່າງຊັດເຈນແຕ່ລະໄລຍະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ເຄົາລົບການຮ່ວມມືໃນລະບົບໄຕພາຄີຖືສຳຄັນ ການເຂົ້າຮ່ວມຂອງອົງການຕາງໜ້າຜູ້ອອກແຮງງານ ໃນການສ້າງ ແລະ ປັບປຸງນິຕິກຳ, ນະໂຍບາຍຍຸດທະສາດ ແລະ ແຜນປະຕິບັດງານກ່ຽວກັບແຮງງານ ແລະ ສະຫວັດດີການສັງຄົມ ໂດຍໄດ້ຮັບການ

ສະໜັບສະໜູນ ແລະ ຮ່ວມມືຈາກອົງການແຮງງານສາກົນ, ບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ, ສປປ ລາວ ໄດ້ໃຫ້ສັນຕະຍາບັນສົນທິສັນຍາຂອງອົງການສາກົນ ແລະ 10 ສະບັບ, ໃນນັ້ນ 5 ສົນທິສັນຍາທີ່ເປັນສິດພື້ນຖານ ໃນປີ 2022 ຈະສະເໜີໃຫ້ສັນຕະຍາບັນ ຕື່ມ 2 ສົນທິສັນຍາ, ເລກທີ 155 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ຊີ 187 ຂອງແຜນງານສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານ, ຈະໃຫ້ສຳເລັດການສັງລວມຂໍ້ມູນແຫ່ງຊາດ 5 ປີ ຄັ້ງທີ 3 ( 2021-2025 ) ກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານ, ກຳລັງສ້າງຮ່າງກົດໝາຍ ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ຄາດວ່າປີ 2023 ຈະສະເໜີຕໍ່ສະພາແຫ່ງຊາດ ເພື່ອຮັບຮອງ, ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະນໜູນ ເພື່ອພັດທະນາວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຂອງທຸກພາກສ່ວນທີ່ກ່ຽວຂ້ອງ.

ຂ່າວ: ທິບພະຈັນ

ພາບ: ແສງອາລຸນ

ຕັດຕໍ່: ເຕີ້ງ