*//// *//// ຄວາມເຂັ້ມແຂງດ້ານເສດຖະກິດໃຫ້ໄວໜຸ່ມແມ່ຍິງ ດ້ວຍການຍົກລະດັບວິຊາຊີບ  – Vte9 *//// *////

ຄວາມເຂັ້ມແຂງດ້ານເສດຖະກິດໃຫ້ໄວໜຸ່ມແມ່ຍິງ ດ້ວຍການຍົກລະດັບວິຊາຊີບ 

ແບ່ງປັນຂ່າວນີ້


ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈໍາສປປ ລາວ(UNFPA) ແລະ ໂຮງແຮມ ຄຣາວພລາຊາ ຈັດຝຶກອົບຮົມວິຊາຊີບເດັກຍິງ ໃນໂຄງການນາງນ້ອຍ ໃຫ້ແກ່ໄວໜຸ່ມຍິງ 5 ຄົນ ທີ່ມາຈາກເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອຝຶກທັກສະດ້ານວິຊາຊີບໃນການປຸງແຕ່ງອາຫານ, ເພີ່ມຄວາມຮູ້ດ້ານການເງິນ ແລະຄວາມຮູ້ພື້ນຖານດ້ານການຕະຫລາດ ເພື່ອສ້າງລາຍຮັບໃຫ້ເຂົາເຈົ້າ ພາຍຫລັງກັບຄືນເມືອບ້ານ.

ທ່ານ ວິສັນ ສົມພົງ ຮອງຫົວໜ້າກົມການສຶກສານອກໂຮງຮຽນ, ກະຊວງ ສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ການຮ່ວມມືກັບ UNFPA ແລະ ຄຣາວພລາຊາ ໃນຄັ້ງນີ້ ເປັນການສະໜັບສະໜູນໃຫ້ແກ່ແຜນພັດທະນາການສຶກສາ ແລະ ເປັນໂອກາດອັນລ້ຳຄ່າ ໃນການຊຸກຍູ້ສົ່ງເສີມດ້ານບົດບາດທາງເພດ ຜ່ານການຝຶກອົບຮົມວິຊາຊີບ ເດັກຍິງໃນໂຄງການນາງນ້ອຍ, ເຖິງວ່າຈະບໍ່ໄດ້ໄປໂຮງຮຽນແລ້ວກໍຍັງສາມາດຮ່ຳຮຽນ, ມ່ວນຊື່ນ ແລະ ແລກປ່ຽນ ຫລື ຖ່າຍທອດບົດຮຽນເມື່ອເຂົາເຈົ້າກັບຄືນເມືອບ້ານ ເຊິ່ງຂອບວຽກຂອງນາງນ້ອຍ ຈະດຶງເອົາການມີສ່ວນຮ່ວມຈາກພາກເອກະຊົນ ໃນການພັດທະນາເສດຖະກິດແບບຍືນຍົງໃນ ສປປ ລາວ ໂດຍສຸມໃສ່ການສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງໄວທີ່ເປັນເຍົາວະຊົນ ແລະ ໄວໜຸ່ມ. 

ຂອບວຽກຂອງນາງນ້ອຍ ໄດ້ຖືກຮັບຮອງຈາກລັດຖະບານລາວ ແລະ ໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງທາງສັງຄົມ, ການຮ່ວມມືກັບຫລາຍຝ່າຍ ລວມທັງສື່ມວນຊົນ ແລະ ພາກເອກະຊົນ ຈະຊ່ວຍເຫລືອໄວໜຸ່ມຍິງ-ຊາຍ ແລະ ຄອບຄົວຂອງເຂົາເຈົ້າ, ການສະໜັບສະໜູນໄວໜຸ່ມຍິງ ໃຫ້ໄດ້ເຂົ້າໂຮງຮຽນ ແລະ ໄດ້ມີບົດບາດຫລາຍຂຶ້ນ ແລະ ທັບມ້າງວົງຈອນຄວາມທຸກຍາກ, ລະບົບນິເວດນາງນ້ອຍໄດ້ສ່ອງແສງເຖິງຄວາມຈໍາເປັນອັນຮີບດ່ວນ ໃນການລົງທຶນເຂົ້າໃນການສົ່ງເສີມອາຊີບໃຫ້ແກ່ໄວໜຸ່ມ, ມີໄວໜຸ່ມຫລາຍກວ່າ 80.000 ຄົນຕໍ່ປີທີ່ຊອກຫາວຽກເຮັດງານທໍາໃນຕະຫລາດແຮງງານລາວ ເຊິ່ງເປັນໄວທີ່ກໍາລັງຕ້ອງການທັກສະ, ຄວາມໝັ້ນໃຈ ແລະ ໂອກາດ. ກອບວຽກຂອງນາງນ້ອຍ ໄດ້ຖືກຮັບຮອງຈາກລັດຖະບານລາວ ແລະ ໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງທາງສັງຄົມ, ການຮ່ວມມືກັບຫລາຍຝ່າຍ ລວມທັງສື່ມວນຊົນ ແລະ ພາກເອກະຊົນ ຈະຊ່ວຍເຫລືອໄວໜຸ່ມຍິງ-ຊາຍ ແລະ ຄອບຄົວຂອງເຂົາເຈົ້າ, ການສະໜັບສະໜູນໄວໜຸ່ມຍິງ ໃຫ້ໄດ້ເຂົ້າໂຮງຮຽນ ແລະ ໄດ້ມີບົດບາດຫລາຍຂຶ້ນ ແລະ ທັບມ້າງວົງຈອນຄວາມທຸກຍາກ.

ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ: ໃນ ສປປ ລາວ ມີໄວໜຸ່ມຍິງຫລາຍກວ່າ 700.000 ຄົນ, ແຕ່ລະຄົນມີທ່າແຮງໃນການປະກອບການ, ສາມາດປະກອບສ່ວນ ເຂົ້າໃນການເຕີບໂຕທາງດ້ານເສດຖະກິດຂອງລາວ, ການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນຢ່າງມີນະວັດຕະກໍາ ຈະຊ່ວຍເລັ່ງໃຫ້ມີການລົງທຶນຈາກຊຸມຊົນ ພ້ອມທັງເລັ່ງໃຫ້ເກີດການປ່ຽນແປງຕ່າງໆໃນຊີວິດ ເພື່ອການພັດທະນາແບບຍືນຍົງ.

ທິບພະຈັນ: ຮຽບຮຽງ