*//// *//// ຮ້ານອາຫານ Royal Kitchen ເປີດໃຫ້ບໍລິການແກ່ສັງຄົມແລ້ວ – Vte9 *//// *////

ຮ້ານອາຫານ Royal Kitchen ເປີດໃຫ້ບໍລິການແກ່ສັງຄົມແລ້ວ

ແບ່ງປັນຂ່າວນີ້

Royal Kitchen ອີກໜຶ່ງຮ້ານອາຫານທີ່ໂດດເດັ່ນ ແລະ ມີເອກະລັກສະເພາະ ພາຍຫຼັງທີ່ເປີດໃຫ້ບໍລິ ການມາໄລຍະພຽງໜຶ່ງເດືອນ ແລະ ເຫັນວ່າ ສັງຄົມໃຫ້ການຕອບຮັບ, ພ້ອມມີລູກເພີ່ມເລື້ອຍໆ.

ພາຍຫຼັງທີ່ ລັດຖະບານ ກັບມາເປີດປະເທດຢ່າງເຕັມຮູບແບບ ບັນດາທຸລະກິດບໍລິການ ເປັນຕົ້ນ ຫ້າງຮ້ານ, ສະ ຖານທີ່ທ່ອງທ່ຽວ, ສວນອາຫານ ແລະ ຮ້ານອາຫານກໍ່ກັບມາເປີດໃຫ້ບໍລິການຢ່າງເປັນປົກກະຕິ ແລະ ໃນນີ້ ລວມມີຮ້ານ Royal Kitchen ທີ່ຫາກໍເປີດໃໝ່, ແຕ່ໄດ້ຮັບຄວາມນິຍົມຈາກສັງຄົມ, ໂດຍທ່ານ ຄໍາພາ ແກ້ວວົງສີ ຜູ້ຈັດການຮ້ານ Royal Kitchen ໄດ້ໃຫ້ສໍາພາດກັບທີມຂ່າວໂທລະພາຍ ນວ ຂອງພວກເຮົາວ່າ: ຮ້ານ Royal Kitchen ເປັນຮ້ານນ້ອງໃໝ່ທີ່ຫາກໍເລີ່ມເປີດໃຫ້ບໍລິການແກ່ສັງຄົມ ໃນທ້າຍເດືອນເມສາ, ເຊິ່ງເປັນຮ້ານທີ່ຕັ້ງຢູ່ໃຈກາງ ນະຄອນຫຼວງວຽງຈັນ ແລະ ມີຄວາມໂດດເດັ່ນໃນດ້ານອາຫານທີ່ຫຼາກຫຼາຍ ຈາກການປະສົມປະສານກັນ ລະຫວ່າງ ອາຫານຂອງລາວ ແລະ ອາຫານຕ່າງປະເທດ, ຖືໄດ້ວ່າເປັນອີກສະຖານທີ່ທ່ອງທ່ຽວທາງດ້ານຮ້ານອາຫານ, ນອກນັ້ນ ພາຍໃນຮ້ານ ຍັງມີການຕົບແຕ່ງຮູບຊົງການອະນຸລັກ ວັດທະນະທໍາແບບລາວໆ ທີ່ປະສົມປະສານກັບສາກົນ, ເພື່ອບໍລິການແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງເຂົ້າມາທ່ອງທ່ຽວລາວໃນອະນາຄົດ.

ສໍາລັບ Royal Kitchen ເປັນຮ້ານທີ່ສາມາດຮອງຮັບລູກຄ້າທຸກເພດທຸກໄວ, ບໍ່ວ່າຈະເປັນກຸ່ມໄວໜຸ່ມ ຫຼື ໄວເຮັດວຽກ, ກໍສາມາດເຂົ້າມາໃຊ້ບໍລິການກັບ ຮ້ານ Royal Kitchen ໄດ້ ພາຍໃນຮ້ານແມ່ນມີເມນູທີ່ຫຼາກຫຼາຍບໍ່ວ່າຈະເປັນອາຫານລາວ ຫຼື ອາຫານຕ່າງປະເທດ, ໂດຍ ເຊັບ ທີ່ມີປະສົບການສະເພາະດ້ານ. ຜູ້ຈັດການຮ້ານ ຍັງບອກອີກວ່າ: ໃນໄລຍະການເປີດຮ້ານໃໝ່ນີ້ ແມ່ນມີໂປຣໂມຊັ່ນຫຼາກຫຼາຍຢ່າງ ເປັນຕົ້ນແມ່ນ ການຈອງຫ້ອງ ວີໄອພີ ເພື່ອຈັດງານລ້ຽງ, ງານວັນເກີດຕ່າງໆແມ່ນມີສ່ວນຫຼຸດໃຫ້ ແລະ ບໍ່ເສຍຄ່າໃນການຈອງຫ້ອງ, ພຽງແຕ່ສັ່ງອາຫານພາຍໃນຮ້ານ ກໍສາມາດຈັດງານໄດ້ແລ້ວ, ສໍາລັບໂປຣໂມຊັ່ນດັ່ງກ່າວແມ່ນຈະແກ່ຍາວໄປຈົນກວ່າທາງຮ້ານຈະມີການເປີດກວ້າງແບບເຕັມຮູບແບບຫຼາຍກວ່ານີ້.

ຂ່າວ: ຈັນດອນ

ພາບ:ວິໄລສັກ