*//// *//// ຂີ່ລົດຕັດໜ້າ ພ້ອມຍົກພວກທຸບແວ່ນລົດ – Vte9 *//// *////

ຂີ່ລົດຕັດໜ້າ ພ້ອມຍົກພວກທຸບແວ່ນລົດ

ແບ່ງປັນຂ່າວນີ້

ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງໄຊທານີ ນວ ສຶກສາອົບຮົມຜູ້ທີ່ຂີ່ລົດຕັດໜ້າລົດຫົກລໍ້ ທີ່ຍອມຮັບຄວາມຜິດ ຍົກພວກທຸບແວ່ນດ້ານໜ້າ 2 ຈຸດ

ໃນວັນທີ 10 ພຶດສະພາ 2022, ປກສ ເມືອງໄຊທານີ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍ ວ່າ: ເວລາປະມານ 13:30 ໂມງ ໄດ້ມີຄົນຂັບຂີ່ລົດກະບະຝອດ ສີຂາວ ໝາຍເລກທະບຽນ 4658 ກໍາແພງນະຄອນ ດ້ວຍຄວາມໄວຕັດໜ້າລົດຫົກລໍ້ ຂອງລູກຊາຍ ຊື່ ທ້າວ ພົນທຸລັນ. ຢູ່ຈຸດເກີດເຫດຢູ່ບ້ານດ່ານຊ້າງ ເມືອງໄຊທານີ ຈາກນັ້ນ ກຸ່ມຄົນ ຈິ່ງໄດ້ລົງລົດມາທຸບແວ່ນດ້ານໜ້າ ໄດ້ຮັບຄວາມເສຍຫາຍ ແວ່ນແຕກ 2 ຈຸດ ມາທໍາການສືບສວນ-ສອບສວນ.
ຜ່ານການເກັບກໍາຂໍ້ມູນຫຼັກຖານເຫດການທໍາລາຍຊັບທີ່ເກີດຂື້ນ ໃນຄັ້ງວັນ 10 ພຶດສະພາ 2022 ເວລາ ປະມານ 13:30 ໂມງ ເບື້ອງຕົ້ນ ທ້າວ ພົນທຸລັນ ພ້ອມດ້ວຍກໍາມະກອນ 4 ຄົນ ໄດ້ຂັບຂີ່ລົດບັນທຸກຫົກລໍ້ ເລກທະບຽນ ກກ 4413 ກໍາແພງນະຄອນ ຈະໄປສົ່ງເຄື່ອງຢູ່ບ້ານຫ້ວຍເຕີຍ ເມືອງໄຊທານີ ພໍຮອດໜ້າວິທະຍາຄານຕໍາຫຼວດປະຊາຊົນ (ດອນຕິ້ວ) ສັງເກດເຫັນເຫຼັກຕົກເຮ່ຍຢູ່ແຄມທາງ ຈຶ່ງໄດ້ຫັກຫຼົບຫຼີກອອກມາເບື້ອງຂວາມື ເວລານັ້ນ ໄດ້ມີລົດກະບະຝອດຂັບຂີ່ໂດຍທ້າວ ມະໂນເດັດ ພ້ອມກຳມະກອນ 9 ຄົນ ກໍາລັງຂັບຂີ່ມາດ້ວຍຄວາມໄວແຊງເບື້ອງຂວາຂຶ້ນມາແລ້ວຫັກຕັດໜ້າລົດ ທ້າວ ພົນທຸລັນ ຈາກນັ້ນກໍ່ໄດ້ຂັບຂີ່ລົດໄປຮອດຕໍ່ໜ້າ ກອງບັນຊາການ ປກສ ເມືອງໄຊທານີ, ລົດຝອດຄັນດັ່ງກ່າວ ຍັງຕັດໜ້າອີກເປັນເທື່ອທີ 02 ພໍຮອດບ້ານດົງໝາກຄາຍ ຜູ້ຂັບຂີ່ລົດຝອດ ແລະ ກໍາມະກອນ 9 ຄົນ ຢຸດຈອດຕັນໜ້າລົດຂອງທ້າວ ທ້າວ ພົນທຸລັນ ພ້ອມທັງ ກໍາມະກອນ 06 ຄົນລົດມາ ແລ້ວຜູ້ຂັບຂີ່ລົດຝອດ ສະແດງພຶດຕິກໍາເປັນອັນທະພານໂວຍວາຍໃສ່ຖ້ອຍຄຳອັນຫຍາບຄາຍ ແລະ ທຳລາຍທຸບແວ່ນລົດ ທ້າວ ພົນທຸລັນ ຈົນໄດ້ຮັບຄວາມເສຍຫາຍ 02 ຈຸດ, ຈາກນັ້ນ ກຸ່ມຄົນດັ່ງກ່າວ ກໍໄດ້ເອົາຕົວຫຼົບໜີ.

ພາຍຫຼັງເກີດເຫດ ກອງບັນຊາການ ປກສ ເມືອງໄຊທານີ ກໍ່ໄດ້ເຊີນເອົາທ້າວ ມະໂນເດັດ ພ້ອມດ້ວຍພວກ ມາສອບສວນ ເຫັນວ່າໄດ້ຮັບຄວາມຮ່ວມມື, ມີຄວາມຈິງໃຈລາຍງານ ແຕ່ເນື່ອງຈາກວ່າ ເຫດການທີ່ເກີດຂຶ້ນ ເປັນການກະທຳຜິດເລັກນ້ອຍເບົາບາງ, ຜູ້ລົງມືກໍ່ເຫດສະແດງຄວາມຮັບຜິດຊອບ ໃຊ້ແທນຜົນເສຍຫາຍທີ່ເກີດຂຶ້ນ ກອງບັນຊາການ ປກສ ເມືອງໄຊທານີ ສຶກສາອົບຮົມປະຕິບັດຕາມລະບຽບບໍລິຫານ .

ທິບພະຈັນ: ຮຽບຮຽງ