*//// *//// ປະຊາຊົນບ້ານຫ້ວຍງົວຄຳຈຳນວນ 191ຄອບຄົວໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ  – Vte9 *//// *////

ປະຊາຊົນບ້ານຫ້ວຍງົວຄຳຈຳນວນ 191ຄອບຄົວໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ 

ແບ່ງປັນຂ່າວນີ້

ແຂວງສະຫວັນນະເຂດໄດ້ມີການມອບເຄື່ອງຊ່ວຍເຫຼືອປະເພດເຄື່ອງອຸປະໂພກ-ເຄື່ອງນຸ່ງຫົ່ມໃຫ້ກັບພໍ່ແມ່ປະຊາຊົນບ້ານຫ້ວຍງົວຄຳ ໂດຍການເຂົ້າຮ່ວມການມອບ-ຮັບໃນຄັ້ງນີ້ຂອງທ່ານ ນາງບຸນທະລັງສີ ຄຳມະນີວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພອນ ພ້ອມດ້ວຍຄະນະການນຳຂອງເມືອງອາດສະພອນ, ຮ່ວມກັນມອບ ແລະ ຮັບໂດຍທ່ານ ທອງສະໝຸດ ເລຂາ-ນາຍບ້ານ ພ້ອມຄະນະການຈັດຕັ້ງບ້ານຫ້ວຍງົວຄຳ ຮ່ວມກັນຮັບ ເຊິ່ງຕາງໜ້າໃຫ້ແກ່ປະຊາຊົນຊາວບ້ານຫ້ວຍງົວຄຳທັງໝົດ  191 ຄອບຄົວ, ຈຳນວນເຄື່ອງທີ່ມອບ-ຮັບແມ່ນໄດ້ຈັດແບ່ງໃຫ້ໄດ້ທົ່ວເຖິງກັນທຸກຄອບຄົວ ເຊິ່ງໄດ້ຮັບຄອບຄົວລະ 1 ຖົງ ມີທັງໝົດ 191 ຖົງ, ເຄື່ອງດັ່ງກ່າວແມ່ນໄດ້ມາຈາກການແຜ່ປັດໄຈຂອງພຣະອາຈານ ຈັນດາ ເຄນສັກດາ ຮອງເຈົ້າຄະນະ ອພສ ແຂວງສະຫວັນນະເຂດທີ່ໄດ້ນຳມາມອບໃຫ້ກັບເມືອງອາດສະພອນ ເພື່ອແກ້ໄຂ ແລະຊ່ວຍເຫຼືອບັນເທົາທຸກໃຫ້ກັບພໍ່ແມ່ປະຊາຊົນ, ຄອບຄົວທີ່ທຸກຍາກຂາດເຂີນພາຍໃນເມືອງອາດສະພອນ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ທິບພະຈັນ:ຮຽບຮຽງ