*//// *//// ຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ລົງກວດກາຊີ້ນຳ ວຽກງານວິຊາສະເພາະຢູ່ດ່ານຂົວມິດຕະພາບ 2  – Vte9 *//// *////

ຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ລົງກວດກາຊີ້ນຳ ວຽກງານວິຊາສະເພາະຢູ່ດ່ານຂົວມິດຕະພາບ 2 

ແບ່ງປັນຂ່າວນີ້

ໃນວັນທີ 23 ພຶດສະພາ 2022 ນີ້ ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງກວດກາຊີ້ນຳ ວຽກງານວິຊາສະເພາະຢູ່ດ່ານສາກົນຂົວມິດຕະພາບ 2  ສະຫວັນນະເຂດ-ມຸກດາຫານແຂວງສະຫວັນນະເຂດ

ພະນັກງານວິຊາສະເພາະ ກໍ່ໄດ້ລາຍງານ ສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງາານວິຊາສະເພາະຕົວຈິງ ຂໍ້ສະດວກ – ຂໍ້ຫຍຸ້ງຫຍາກ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບພິຊອບ ໃນການກວດກາຄົນເຂົ້າ-ອອກເມືອງ ແລະ ອຳນວຍຄວາມສະດອກໃນການເດີນທາງໄປມາ ເຂົ້າ-ອອກດ່ານ,ຂອງພໍ່-ແມ່ປະຊາຊົນ ເພື່ອບໍ່ໃຫ້ເກີດມີຫາງສຽງຂອງສັງຄົມແລະ ປະຊາສຳພັນໄປນຳກ່ຽວກັບລະບຽບການ,ຂໍ້ຫ້າມຕ່າງໆ,ທີ່ນອນຢູ່ໃນຄຳສັ່ງ ວ່າດ້ວຍການເພີ່ມມາດຕະການ ສະກັດກັ້ນ,ປ້ອງກັນການລະບາດຂອງພະຍາດໂວວິດ 19. ຈາກນັ້ນ ທ່ານ ຫົວໜ້າກອງບັນຊາການ ປກສ ແຂວງ ຍັງໄດ້ເນັ້ນໃຫ້ພະນັກງານວິຊາສະເພາະທີ່ປະຈໍາຢູ່ດ່ານສາກົນ ຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ ຈົ່ງເອົາໃຈໃສ່ເຮັດໜ້າທີ່ດ້ວຍຄວາມຮັບພິຊອບ ຕາມລະບຽບຫຼັກການທີ່ວາງອອກ, ເຮັດໜ້າທີ່ດ້ວຍຄວາມໂປງໃສ, ລີກລ່ຽງຫາງສຽງຂອງສັງຄົມ, ອຳນວຍຄວາມສະດວກການເຂົ້າ-ອອກເມືອງດ້ວຍຄວາມວ່ອງໄວ ແລະເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ.

ທິບພະຈັນ:ຮຽບຮຽງ