*//// *//// ສິ້ນ ເຄື່ອງນຸ່ງຖືທີ່ຄູ່ກັບແມ່ຍິງລາວເຮົາມາຍາວນານ ແລະ ສ້າງເສດຖະກິດສູ່ຄອບຄົວ – Vte9 *//// *////

ສິ້ນ ເຄື່ອງນຸ່ງຖືທີ່ຄູ່ກັບແມ່ຍິງລາວເຮົາມາຍາວນານ ແລະ ສ້າງເສດຖະກິດສູ່ຄອບຄົວ

ແບ່ງປັນຂ່າວນີ້

ສີ້ນໄໝ ຖືເປັນເຄື່ອງແຕ່ງກາຍປະເພດໜຶ່ງທີ່ຄູ່ກັບແມ່ຍິງລາວເຮົາມາຍາວນານ ໂດຍໄດ້ສືບທອດສີມືການຕ່ຳສິ້ນມາຫຼາຍຍຸກຫຼາຍສະໄໝ ແລະ ໄດ້ມີການພັດທະນາປະດິດສ້າງລວດລາຍອັນປານີດ ເປັນເອກະລັກໂດດເດັ່ນ ເປັນທີ່ນິຍົມໃສ່ກັນຫຼາຍບໍ່ວ່າຈະໄລຍະເທດສະການ ແລະ ງານບຸນຕ່າງໆ

ແມ່ ແຕ້ມ ພີມຈັນທອງ ເຈົ້າຂອງຮ້ານຂາຍສີ້ນແມ່ແຕ້ມ ໄດ້ເຮັດທຸລະກິດກ່ຽວກັບການຂາຍສີ້ນມາໄດ້ເກືອບ 10 ປີ, ຕ້ອງຍອມຮັບວ່າໄລຍະຜ່ານມາ ເຖິງປັດຈຸບັນສິ້ນໄໝລາວຂາຍໄດ້ດີ ແລະ ເຄີຍຊຸກຍູ້ປະຊາຊົນຫຼາຍຄອບຄົວຕໍ່າສິ້ນໄໝໃຫ້ມີວຽກເຮັດງານທຳ, ໂດຍຕົນເອງຈະເປັນຕົ້ນທຶນໃຫ້ ສ່ວນປະຊາຊົນຈະເປັນແຮງງານ ຢູ່ທີ່ເຮືອນຂອງເພີ່ນເອງ, ໂດຍການຄົ້ນຄິດລວດລາຍ, ຮູບແບບຂອງສິ້ນໄໝ ໂດຍເນັ້ນເລື່ອງຄຸນນະພາບ, ຄວາມງາມ, ນຸ່ງແລ້ວສະບາຍຄີງ, ທົນທານ ຈາການຜະລິດຢູ່ໃນຄອບຄົວ ມາຜະລິດເປັນສິນຄ້າຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ, ສະເລ່ຍຍອດຂາຍ 50-100 ຜືນຕໍ່ມື້, ໃນລາຄາເລີ່ມຕົ້ນ 80,000 ກີບ ຫາ 1,000,000 ກວ່າກີບ ສາມາດສ້າງລາຍຮັບເຂົ້າສູ່ຄອບຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂື້ນ.

ເພື່ອເປັນການສົ່ງເສີມການຜະລິດພາຍໃນປະເທດ ທັງເປັນການຊຸກຍູ້ຫົວຄິດປະດິດສ້າງ ທີ່ເປັນພູມປັນຍາທ້ອງຖິ່ນແບບດັ້ງເດີມ ແລະ ອະນຸລັກຮັກສາພູມປັນຍາສີໄມ້ລາຍມືຫັດຖະກຳຕໍ່າສິ້ນໄໝລາວໃຫ້ຄົງ ຢູ່ຄູ່ກັບຄົນລາວ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນລາວທຸກຄົນຫັນມາຊົມໃຊ້ສິນຄ້າພາຍໃນໃຫ້ຫຼາຍຂື້ນ, ສຳລັບທ່ານໄດທີ່ສົນໃຈຢາກໄດ້ສີ້ນນຸ່ງໄປວຽກໄປງານ, ຫຼື ໃສ່ໃນເທດສະການຕ່າງໆກໍ່ເຂົ້າໄປອຸດໜູນເພີ່ນໄດ້, ເຊີ່ງຮ້ານຂອງເພີ່ນຕັ້ງຢູ່ຕະຫຼາດໜອງຈັນ ເມືອງສີສັດຕະນາກ ນວ.

ຂ່າວ: ທິບພະຈັນ

ພາບ: ວິໄລສັກ

ຕັດຕໍ່: ເຕີ້ງ