*//// *//// ສະໜາມຂີ່ມ້າ ວຽງຈັນ ກຽມຈະຈັດການແຂ່ງຂັນກີລາຂີ່ມ້າ ຮຸ່ນເຍົາວະຊົນ ຄັ້ງທຳອິດ – Vte9 *//// *////

ສະໜາມຂີ່ມ້າ ວຽງຈັນ ກຽມຈະຈັດການແຂ່ງຂັນກີລາຂີ່ມ້າ ຮຸ່ນເຍົາວະຊົນ ຄັ້ງທຳອິດ

ແບ່ງປັນຂ່າວນີ້

ນັກກີລາຂີ່ມ້າ ຮຸ່ນເຍົາວະຊົນ ກຳລັງເລັ່ງໃນການຝຶກຊ້ອມ ເພາະຈະມີການແຂ່ງຂັນ ເປັນຄັ້ງທຳອິດ ຢູ່ສະໜາມຂີ່ມ້າ ວຽງຈັນ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2022 ທີ່ຈະມາເຖີງນີ້.

ການແຂ່ງຂັນ ຂີ່ມ້າ ນັບວ່າເປັນກີລາໃໝ່ ຂອງຊາວລາວ ທີ່ຈະໄດ້ມີການຈັດການແຂ່ງຂັນ ເປັນຄັ້ງທຳອິດ ໃນກຸ່ມນ້ອງໆເຍົາວະຊົນ ແລະ ການຂີ່ມ້າ ເມື່ອກ່ອນ ແມ່ນໃຊ້ເປັນຍານພາຫະນະລຳລຽງຂົນ ສົ່ງຄົນ ແລະ ສີ່ງຂອງຕ່າງໆ ແຕ່ມາໃນຍຸກປັດຈຸບັນ ທີ່ມີການພັດທະນາ ການລຳລຽງຂົນສົ່ງແມ່ນໄດ້ໃຊ້ຍານພາຫະນະເປັນຫຼັກແທນການໃຊ້ມ້າ ແລະ ເພື່ອເປັນການອະນຸລັກ ການຂີ່ມ້າໄວ້ ຈຶ່ງໄດ້ຫັນມາເປັນກີລາ ເພື່ອທຳການແຂ່ງຂັນ ເຊີ່ງຫຼາຍປະເທດ ໄດ້ມີການຈັດການແຂ່ງຂັນທີ່ຍີ່ງໃຫຍ່ ແລະ ເປັນກີລາລະ ດັບຊາດ ແຕ່ສຳລັບ ສປປລາວ ເຮົາ ຖືວ່າຍັງເປັນກີລາໃໝ່ຢູ່.
ທ່ານ ສົມພອນ ແສງສຸລີ ເຈົ້າຂອງສະໜາມຂີ່ມ້າ ວຽງຈັນ ໄດ້ໃຫ້ສຳພາດວ່າ: ໃນການຈັດແຂ່ງ ຂັນກີລາ ຂີ່ມ້າ ຮຸ່ນເຍົາວະຊົນ ທີ່ຈະມີຂຶ້ນໃນວັນທີ 1 ມິຖຸນາ ທີ່ຈະມາເຖີງນີ້ ແມ່ນເປັນການເປີດໂອ ກາດ ໃຫ້ນ້ອງໆໄດ້ສະແດງຄວາມສາມາດ ແລະ ທັກສະຂອງການຂີ່ມ້າ ທີ່ມີຄວາມຄ່ອງແຄ່ວ ພາຍຫຼັງໄດ້ມາເຝິກແອັບ ແລະ ຮຽນຮູ້ການຂີ່ມ້າ ກັບສະຫນາມຂີ່ມາ, ພ້ອມທັງ ເປັນການສົ່ງເສີມການທ່ອງທ່ຽວ ແລະ ໃຫ້ຄົນລາວໄດ້ຮູ້ຈັກກີລາຂີ່ມ້າຫຼາຍຂຶ້ນ, ສະນັ້ນ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1ມິ ຖຸນານີ້ ຈຶ່ງຈະໄດ້ມີການຈັດກິດຈະກຳແຂ່ງຂັນຂີ່ມ້າ ໃນກຸ່ມນ້ອງໆເຍົາວະຊົນ ເພື່ອຝຶກຝົນທັກສະ ກ້າວໄປສູ່ການເປັນນັກກີລາຂີ່ມ້າ ຂອງລາວ ໃນອະນາຄົດ.

ສຳລັບ ການຈັດການແຂ່ງຂັນກີລາ ຂີ່ມ້າ ເຍົາວະຊົນ ຄັ້ງນີ້ ຖືເປັນຄັ້ງທຳອິດ ທີ່ທາງສະໜາມຂີ່ມ້າ ຈັດຂຶ້ນ ຈຶ່ງໄດ້ມີການກະກຽມຄວາມພ້ອມ ແລະ ຝຶກຊ້ອມ ໃຫ້ແກ່ນ້ອງໆນັກກີລາ ກ່ອນຈະເຂົ້າຮ່ວມການແຂ່ງ ໃນວັນທີ 1 ມິຖຸນາ ນີ້ ເພື່ອໃຫ້ນັກທ່ອງທ່ຽວ ແລະ ພໍ່ແມ່ປະຊາຊົນ ຊາວ ນ.ວ ໄດ້ຮັບຊົມ, ຊາວນະຄອນຫຼວງ ສາມາດພາລູກຫຼານ ໄປຮັບຊົມການແຂ່ງຂັນໄດ້ ຢູ່ສະໜາມຂີ່ມ້າ ວຽງຈັນ ທີ່ຫາດຊາຍດອນຈັນ ແຄມຂອງ ນ.ວ ເຊີ່ງຈະເລີ່ມການແຂ່ງຂັນ ຕັ້ງແຕ່ເວລາ 15:00-16:00 ໂມງເປັນຕົ້ນໄປ.

ຂ່າວ: ສົມສະນິດ.

ພາບ: ເດດ