*//// *//// ສະມາຄົມນໍ້າດື່ມ ນວ ຮຽກຮ້ອງສັງຄົມ ຢຸດເອົາຕຸກນໍ້າໃຫຍ່ ໄປໃສ່ນໍ້າມັນ – Vte9 *//// *////

ສະມາຄົມນໍ້າດື່ມ ນວ ຮຽກຮ້ອງສັງຄົມ ຢຸດເອົາຕຸກນໍ້າໃຫຍ່ ໄປໃສ່ນໍ້າມັນ

ແບ່ງປັນຂ່າວນີ້

ສະມາຄົມນໍ້າດື່ມ ນວ ຮຽກຮ້ອງໃຫ້ປະຊາຊົນ ຢ່ານໍາໃຊ້ຕຸກນໍ້າໃຫຍ່ ໄປໃສ່ນໍ້າມັນ ເນື່ອງຈາກວ່າ ຄາບນ້ຳມັນຈະບໍ່ສາມາດລ້າງອອກໄດ້, ຍັງເຮັດໃຫ້ມີສານເຄຕົກຄ້າງພາຍໃນຕຸກ ແລະ ສົ່ງຜົນກະທົບໂດຍກົງຕໍ່ກັບຜູ້ລິໂພກນໍ້າດື່ມ.

ຈາກສະພາບວິກິດນໍ້າມັນຂາດປໍ້າ ໃນຫຼາຍອາທິດຜ່ານມາ ແລະ ປັດຈຸບັນ ກໍແກ່ຍາວເຂົ້າມາເປັນອາທິດທີ 3 ແລ້ວ ທີ່ບັນດາປໍ້ານ້ຳມັນຫຼາຍໆແຫ່ງຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ປິດຊົ່ວຄາວ ເຮັດໃຫ້ປະຊາຊົນມີຄວາມລໍາບາກໃນການຊອກເຕີມນ້ຳມັນ, ສ່ວນບາງປໍ້າທີ່ຍັງເປີດໃຫ້ບໍລິການ ຈະມີປະຊາ ຊົນຈໍານວນຫຼາຍ ຕ້ອງຕໍ່ຄິວກັນໃສ່ນໍ້າມັນໃນແຕ່ລະມື້ ແລະ ທີ່ເຫັນກັບເປັນປະຈໍາ ການໄປຊື້ນໍ້າມັນຂອງປະຊາຊົນ ແມ່ນຈະນໍາເອົາກະຕຸກນໍ້າດື່ມໃຫຍ່ ໄປໃສ່ນໍ້າມັນ ເພື່ອມາກັກຕຸນໄວ້ໃຊ້ໃນຄົວເຮືອນ ອັນສ້າງຜົນກະທົບຢ່າງໜັກ ຕໍ່ກັບຜູ້ປະກອບການໂຮງງານນໍ້າດື່ມ ແລະ ການບໍລິໂພກນໍ້າດື່ມຂອງປະຊາ ຊົນຈຳນວນບໍ່ໜ້ອຍ, ເນື່ອງຈາກວ່າ ພາຍໃນຕຸກທີ່ຖືກນຳໄປໃສ່ນ້ຳມັນ ແມ່ນຈະລ້າງບໍ່ອອກ ແລະ ເຮັດໃຫ້ມີສານເຄມີຕິດຄ້າງ ລວມທັງສົ່ງກິ່ນເໝັນອາຍນໍ້າມັນຢູ່ ຕໍ່ກັບບັນຫາດັ່ງກ່າວ ທ່ານ ຄໍາຕັນ ບົວໄພວັນ ຮອງປະທານສະມາຄົມນໍ້າດື່ມ ນວ ຈຶ່ງໄດ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຢຸດໃຊ້ຕຸກນໍ້າໃຫຍ່ ໄປໃສ່ນໍ້າມັນຢ່າງເດັດຂາດ ເພາະວ່າ ຕຸກນໍ້າໃຫຍ່ທຸກຄັ້ງທີ່ໃຊ້ນ້ຳໝົດ ທາງໂຮງງານນໍ້າດື່ມຈະເກັບຄືນ ເພື່ອມາທຳຄວາມສະອາດແລ້ວໃສ່ນ້ຳຄືເກົ່າ ຖ້ານໍາໄປໃສ່ນໍ້າມັນ ຈະເຮັດໃຫ້ຕຸກນັ້ນໃຊ້ການບໍ່ໄດ້ເລີຍ ແລະ ຫາກນໍາໃຊ້ ກໍອາດຈະເຮັດໃຫ້ບໍ່ມີຄວາມປອດໄພຕໍ່ສຸຂະພາບຂອງຜູ້ບໍລິໂພກນໍ້າດື່ມ.

ຈາກນັ້ນ ທ່ານຮອງປະທານສະມາຄົມນ້ຳດື່ມ ນວ ຍັງໃຫ້ຮູ້ອີກວ່າ: ເພື່ອສ້າງຄວາມປອດໄພໃຫ້ແກ່ປະຊາຊົນທີ່ບໍລິໂພກນໍ້າ ທາງສະມາຄົມນໍ້າດື່ມ ຍັງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາສະພາບນໍ້າຢູ່ແຕ່ລະໂຮງງານຢ່າງເປັນປະຈໍາ ລວມໄປເຖິງ ການຕິດຕາມກວດກາການອອກໃບອະນຸຍາດການເປີດນໍາໃຊ້ໂຮງງານໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ມີການປຶກຫາລືກັບພາກສ່ວນທີ່ກ່ຽວຂອງ ໃນການຄວບຄຸມລາຄານໍ້າດື່ມບໍ່ໃຫ້ມີການເໜັງຕີງຫຼາຍເກີນໄປ ໃນໄລຍະທີ່ລາຄານໍ້າມັນເພີ່ມສູງຂຶ້ນ ພ້ອມກັບປຸກລະດົມໃຫ້ບັນດາໂຮງງານນໍ້າດື່ມໃນທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມກັບສະມາ ຄົມນໍ້າດື່ມ ເພື່ອເປັນເອກະພາບກັນໃນການກໍານົດລາຄານໍ້າດື່ມ, ປັດຈຸບັນພາຍໃນສະມາຄົມ ມີໂຮງງານເຂົ້າຮ່ວມແລ້ວເກືອບ 280 ແຫ່ງ ແລະ ຍັງມີອີກ 5% ຂອງຈໍານວນໂຮງງານ ທີ່ຍັງບໍ່ທັນເຂົ້າຮ່ວມ.

ຂ່າວ: ເດດອຸດົມ

ພາບ: ແສງອາລຸນ