*//// *//// ປ້ຳ ຈະອະນຸຍາດຂາຍນໍ້າມັນໃສ່ກະຕຸກໄດ້ ສະເພາະກໍລະນີສຸກເສີນ, ແຕ່ບໍ່ເກີນ 20 ພັນກີບ – Vte9 *//// *////

ປ້ຳ ຈະອະນຸຍາດຂາຍນໍ້າມັນໃສ່ກະຕຸກໄດ້ ສະເພາະກໍລະນີສຸກເສີນ, ແຕ່ບໍ່ເກີນ 20 ພັນກີບ

ແບ່ງປັນຂ່າວນີ້

ເພື່ອຕັດບັນຫາກັບກຸ່ມຄົນທີ່ສວຍໂອກາດ ຊື້ນ້ຳມັນໄວ້ແກງກຳໄລ ໃນຍາມວິກິດ, ເຊິ່ງຈະນຳພາສູ່ຄວາມອັນຕະລາຍນັ້ນ, ຕົກມາໃນອາທິດນີ້ ບັນດາປ້ຳທີ່ໃຫ້ບໍລິການຢູ່ ກໍໄດ້ອອກແຈ້ງຫ້າມຈຳໜ່າຍໃສ່ຕຸກ, ຍົກເວັ້ນກໍລະນີສຸກເສີນ ແຕ່ຂາຍໄດ້ບໍ່ເກີນ 2 ໝື່ນກີບຕໍ່ຄົນ.

ຕໍ່ກັບຫາງສຽງຂອງສັງຄົມ ແລະ ພຶດຕິກຳຂອງກຸ່ມຄົນຈຳນວນໜຶ່ງທີ່ສວຍໂອກາດຊື້ນ້ຳມັນໄປກັກໄວ້ເພື່ອຂາຍແກງກຳໄລ ໃນຍາມທີ່ວິກິດ, ເຊິ່ງບັນຫານີ້ໄດ້ສ້າງຄວາມຫຍຸ້ງຍາກໃຫ້ກັບສັງຄົມເພີ່ມຂຶ້ນ ຈາກການສະໜອງນ້ຳມັນຂອງບັນດາປ້ຳນ້ຳມັນ ບໍ່ພຽງພໍຢູ່ແລ້ວ, ຕົກມາໃນອາທິດນີ້ ກໍເຫັນວ່າ ບັນດາປ້ຳທີ່ຍັງເປີດໃຫ້ບໍລິການຢູ່ ໄດ້ອອກແຈ້ງການເຖິງບັນດາປ້ຳຄົວແທນຈຳໜ່າຍ ໂດຍລະບຸຫ້າມຈຳໜ່າຍໃສ່ຕຸກ, ຈາກກໍລະນີນີ້, ທີມຂ່າວຂອງພວກເຮົາກໍໄດ້ລົງໄປສຳພາດ, ທ່ານ ນາງ ໄຫຼ ພົມມະວົງ ຜູ້ຊ່ວຍຜູ້ຈັດການປໍ້ານໍ້າມັນ PetroTrade ຫຼື ພລັສ ຕໍ່ກັບແຈ້ງກ່າວດັ່ງກ່າວວ່າ: ການອອກແຈ້ງການຫ້າມບໍ່ໃຫ້ມີການຈໍາໜ່າຍນໍ້າມັນໃສ່ຕຸກ ກໍເພື່ອເປັນການປ້ອງກັນເຫດອັກຄີໄພ ແລະຄວາມເທົ່າທຽມກັນຂອງຜູ້ບໍລິໂພກ, ພ້ອມທັງ ເປັນການປ້ອງກັນຜູ້ບໍ່ຫວັງດີ ທີ່ພາກັນກັກຕຸນນ້ຳມັນໄປຂາຍເກີນລາຄາ ແລະ ຈະມີການຍົກເວັ້ນບາງກໍລະນີ ທີ່ຈຳເປັນທີ່ສຸດ ຕາມການເຫັນດີຂອງຜູ້ຈັດການປ້ຳ ທີ່ໜ້າງານເທົ່ານັ້ນ. ຜູ້ຊ່ວຍຜູ້ຈັດການປໍ້ານໍ້າມັນ ຍັງໄດ້ບອກອີກວ່າ: ສຳລັບ ການບໍ່ຈຳໜ່າຍນ້ຳມັນໃຫ້ຜູ້ຖືກະຕຸກໄປຊື້ນັ້ນ ບໍ່ມີພຽງແຕ່ປ້ຳພລັສ ທຸກສາຂາ, ແຕ່ຍັງມີປ້ຳນ້ຳມັນເຊື້ອໄຟລາວ, ປໍ້າ ປຕທ ທຸກສາຂາ ກໍບໍ່ຂາຍໃຫ້ຄົນຖືຕຸກມາເຊັ່ນດຽວກັນ, ທັງນີ້ກໍ ເພື່ອໃຫ້ນ້ຳມັນໄດ້ກະຈາຍເຖິງຜູ້ຊົມໃຊ້ໄດ້ຫຼາຍທີ່ສຸດ, ພ້ອມທັງ ຮຽກຮ້ອງເຖິງສັງຄົມ ໃນຍາມວິກິດແບບນີ້ ໃຫ້ທຸກຄົນເຫັນໃຈກັນ ແບ່ງປັນກັນບໍ່ແມ່ນສວຍ ໂອກາດ ເອົາລັດປຽບກັນເອງ.

ຕໍ່ກັບປະເດັນດັ່ງກ່າວ ເມື່ອບໍ່ດົນມານີ້ ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ ກໍໄດ້ອອກມາເຕືອນ ຫ້າມຂາຍ ແລະ ກັກຕຸນນໍ້າມັນເພາະສ່ຽງຕໍ່ການເກີດອັກຄີໄພ ເນື່ອງຈາກຜ່ານມາ ໄດ້ມີເຫດການເກີດຂຶ້ນແລ້ວ, ໂດຍການນໍາເອົານໍ້າມັນເຊື້ອໄຟມາໃສ່ຕຸກ ເພື່ອວາງຂາຍ ແລະ ຊື້ນໍ້າມັນໄວ້ເຮືອນ ແມ່ນມີຄວາມສ່ຽງສູງ ທີ່ຈະເກີດອັກຄີໄພໄດ້ງ່າຍ ໂດຍສະເພາະ ອຸປະກອນ ເກັບນໍ້າມັນ ຖ້າບໍ່ມີຄຸນນະພາບ ອາດມີການຫົດຕົວ, ການນໍາໄປໄວ້ບ່ອນບໍ່ມີອາກາດຖ່າຍເທ, ບ່ອນທີ່ເປັນຄວາມຮ້ອນອົບເອົ້າ ໃນກໍລະນີ ມີອາຍແກັສ ຢູ່ຈູດໃກ້ຄຽງ ແມ່ນສາມາດ ກໍ່ໃຫ້ເກີດປະກາຍໄຟໄດ້ຢ່າງໄວວາ.
ຂ່າວ: ຈັນດອນ

ພາບ: ວິໄລສັກ