*//// *//// ສູນສຸຂະພາບແມ່ ແລະ ເດັກ ເລັ່ງສັກວັກຊີນແບບຕະລຸມບອນປ້ອງກັນພະຍາດໝາກແດງ ໃນເດັກ – Vte9 *//// *////

ສູນສຸຂະພາບແມ່ ແລະ ເດັກ ເລັ່ງສັກວັກຊີນແບບຕະລຸມບອນປ້ອງກັນພະຍາດໝາກແດງ ໃນເດັກ

ແບ່ງປັນຂ່າວນີ້

ເພື່ອປ້ອງກັນບໍ່ໃຫ້ມີການແຜ່ລະບາດເຊື້ອພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຢູ່ພາຍໃນປະເທດ ສູນສຸຂະພາບແມ່ ແລະ ເດັກ ໄດ້ວາງແຜນໃນການລົງສັກວັກຊີນແບບຕະລຸມບອນ ໂດຍເລັ່ງໃສ່ກຸ່ມເດັກນ້ອຍ ແລະ ແມ່ຍິງ ໄປພ້ອມກັບການໃຫ້ສັກວັກຊີນຊະນິດອື່ນ

ດຣ ຈັນໃສ ປັດຖຳມະວົງ ຮອງຫົວໜ້າໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດ ສູນສຸຂະພາບແມ່ ແລະ ເດັກ ໄດ້ໃຫ້ສຳພາດວ່າ: ສຳລັບ ວັກຊີນກັນພະຍາດໝາກແດງ ເປັນການສັກວັກຊີນປົກກະຕິໃຫ້ແກ່ເດັກນ້ອຍ ໂດຍເລັ່ງໃສ່ເດັກອາຍຸ 9 ເດືອນ-11 ເດືອນ ແມ່ນເຂັມທີ 1 ແລະ ອາຍຸ 12 ເດືອນ 23 ເດືອນ ຕ້ອງໄດ້ຮັບເຂັມທີ 2 ຕາມຕາຕະລາງແຫ່ງຊາດ ທັງນີ້ ກໍເພື່ອເປັນການສ້າງພຸມຄຸ້ມກັນພະ ຍາດດັ່ງກ່າວ ແລະ ນັບແຕ່ປີ 2020 ເປັນຕົ້ນມາ ທີ່ປະເທດຂອງພວກເຮົາ ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ການສັກວັກຊີນປົກກະຕິໄດ້ຫຼຸດລົງ ໂດຍສະເພາະແມ່ນການສັກວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ, ພະຍາດໂປລິໂອ, ອັດເສບປອດຮຸນແຮງ, ພະຍາດສະໝອງອັດເສບຍີ່ປຸ່ນ ແລະ ພະຍາດອື່ນໆອີກ.

ນອກນີ້, ທ່ານຮອງຫົວໜ້າໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດ ສູນສຸຂະພາບແມ່ ແລະ ເດັກ ຍັງເວົ້າຕື່ມວ່າ: ເດືອນພຶດສະພາ ແລະ ມີຖຸນານີ້ ແມ່ນຈະໄດ້ສຸມໃສ່ການສັກວັກຊີນປ້ອງກັນພະ ຍາດໝາດແດງໃຫຍ່-ໝາກແດງນ້ອຍ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ອັດຕາການສັກວັກຊີນດັ່ງກ່າວກວມ 90%, ເພື່ອບໍ່ໃຫ້ເກີດການແຜ່ລະບາດເຊື້ອພະຍາດໝາກແດງໃຫຍ່-ໝາກແດງນ້ອຍ. ພ້ອມນັ້ນ ຍັງຈະສັກວັກຊີນປ້ອງກັນພະຍາດສະໝອງອັດເສບຍີ່ປຸ່ນ ແລະ ວັກຊີນປ້ອງກັນປາກໝົດລູກອັດເສບ ລວມທັງວັກຊີນຊະນິດອື່ນໆອີກ ແລະ ໃນແຜນການຂອງການລົງສັກວັກຊີນຄັ້ງນີ້ ແມ່ນຈະລົງສັກຕາມໂຮງຮຽນ ແລະ ຫ້ອງການບ້ານ ແບບຕະລຸມບອນ ໂດຍເລັ່ງໃສ່ການສັກວັກຊີນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແລະ ວັກຊິນຊະນິດອື່ນໆ ເພື່ອໃຫ້ຜູ້ທີ່ຍັງບໍ່ໄດ້ຮັບວັກຊີນໄດ້ຮັບວັກຊີນຄົບເຂັມຕາມຕາຕະລາງແຫ່ງຊາດ.

ຂ່າວ:ເບັງ

ພາບ:ແສງອາລຸນ