*//// *//// ຊາວໜຸ່ມຫຼາຍພາກສ່ວນຮ່ວມສ້າງຂະບວນປູກຕົ້ນໄມ້ ທີ່ສູນພັດທະນາ ຫ້ວຍຊອນ-ຫ້ວຍຊົ້ວ – Vte9 *//// *////

ຊາວໜຸ່ມຫຼາຍພາກສ່ວນຮ່ວມສ້າງຂະບວນປູກຕົ້ນໄມ້ ທີ່ສູນພັດທະນາ ຫ້ວຍຊອນ-ຫ້ວຍຊົ້ວ

ແບ່ງປັນຂ່າວນີ້

ຊາວໜຸ່ມ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມກັບບັນດາຊາວໜຸ່ມແຮກສ່ຽວ ໄດ້ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຂຶ້ນທີ່ສູນພັດທະນາ ແລະ ບໍລິການ ດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ. ໃນວັນທີ 22 ພືດສະພາ 2022, ໂດຍມີທ່ານ ອາລຸນໄຊ ສູນນະລາດ ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຂະແໜງການອ້ອມຂ້າງເຂົ້າຮ່ວມ.

ການສ້າງຂະບວນການປູກຕົ້ນໄມ້ຄັ້ງນີ້ ແມ່ນການປະກອບສ່ວນເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃນທົ່ວປະເທດ ໃຫ້ໄດ້ຫຼາຍກວ່າ 70% ຕາມຄາດໝາຍ ແນໃສ່ເພີ່ມເນື້ອທີ່ປົກຫຸ້ມສີຂຽວ ກວມອັດຕາສູງຂຶ້ນ, ສ້າງລະບົບນິເວດ ແລະ ສະພາບແວດລ້ອມທຳມະຊາດ ໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນ, ຂຽວສົດງົດງາມ, ຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບຈາກໄພພິບັດທຳມະຊາດ. ພ້ອມທັງ ເປັນການສ້າງຂະບວນການ ຕ້ອນຮັບ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ 1 ມິຖຸນາ, ໃຫ້ມີຄວາມໝາຍສຳຄັນ, ມີຄວາມເບີກບານມ່ວນຊື່ນ, ເຮັດໃຫ້ຊາວໜຸ່ມ ກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາຊາວໜຸ່ມແຮກສ່ຽວ ໄດ້ມີໂອກາດສ້າງກິດຈະກຳຮ່ວມກັນ, ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ທັງຮັດແໜ້ນຄວາມສາມັກຄີ ໃຫ້ແໜ້ນແຟ້ນກວ່າເກົ່າ.

ສຳລັບຂະບວນການໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນປູກຕົ້ນໄມ້, ຫວ່ານແນວພັນຫຍ້າ, ຢ້ຽມ ຢາມບັນກິດຈະກຳພາຍໃນສູນ ແລະ ມອບເຄື່ອງຊ່ວຍເຫລືອນ້ອງນ້ອຍນັກຮຽນ ຢູ່ໂຮງຮຽນປະຖົມ ບ້ານນາຍາງ, ເມືອງນາຊາຍທອງ, ພ້ອມນັ້ນ ທ່ານ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ອຍຊອນ-ຫ້ວຍຊົ້ວ ເອົາໃຈໃສ່ເສີມຂະຫຍາຍແນວຄິດປະທານ ໄກສອນ ພົມວິຫານ ໂດຍສະເພາະ ຖື 4 ແນວຄິດຕິດພັນການພັດທະນາກະສິກຳ ເພື່ອຄວາມຍືນຍົງ ແລະ ຍາວນານ ຄື: ຕິດພັນກັບການຕະຫລາດ, ຕິດພັນວຽກງານກໍ່ສ້າງຮາກຖານ, ນໍາໃຊ້ເຕັກໂນໂລຊີເຂົ້າໃນການພັດທະກະສິກຳ ແລະ ຕ້ອງຕິດພັນກັບການທອງທ່ຽວ.