*//// *//// ນັກກິິິີລາເປຕັງ ທີມຊຸດປະສົມ ທີມຊາດລາວ ຄວ້າຫຼຽນເງິນ ໃຫ້ກັບປະເທດ – Vte9 *//// *////

ນັກກິິິີລາເປຕັງ ທີມຊຸດປະສົມ ທີມຊາດລາວ ຄວ້າຫຼຽນເງິນ ໃຫ້ກັບປະເທດ

ແບ່ງປັນຂ່າວນີ້

ນັກກີລາເປຕັງ ທີມຊຸດປະສົມ ທີມຊາດລາວ ຄວ້າຫຼຽນເງີນ ເຊີ່ງເປັນຫຼຽນທີ 2 ຂອງທັບນັກກີລາເປຕັງ ທີມຊາດລາວ ໃນງານມະຫາກຳກີລາຊີເກມ ພາຍຫຼັງເຂົ້າຊິງຫຽນຄຳ ແພ້ໃຫ້ກັບທີມປະສົມ ທີມຊາດໄທ

ກີລາເປຕັງ ເປັນ 1 ໃນປະເພດກີລາ ທີ່ລາວສົ່ງເຂົ້າແຂ່ງຂັນ ແລະ ສາມາດຍາດໄດ້ຫຼຽນລາງວັນ ທີ່ສ້າງຊື່ສຽງໃຫ້ກັບປະເທດລາວ ໃນງານມະຫາກຳກີລາຊີເກມ ຄັ້້້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້້າພາບ, ຫຼຽນດັ່ງກ່າວແມ່ນ ໄດ້ຈາກ ນັກກິລາເປຕັງ ທີມຊຸດປະສົມ ທີມຊາດລາວ ຍີງ 2 ຊາຍ 1 ມີ: ນາງ ຈັນສະໝອນ ວົງສະຫວັດ, ນາງ ມານີວັນ ສຸລິຍາ ແລະ ທ້າວ ອາໂນລັກ ແວວມະນີ, ພາຍຫຼັງ ລົງແຂ່ງຂັນ ເອົາຊະນະ ນັກກີລາທີມຊາດມຽນມາ ຮອບຮອງຊະນະເລີດ ດ້ວຍຄະແນນ 13-12 ໃນວັນທີ 16 ພຶຶດສະພາ ແລະ ຜ່ານເຂົ້າໄປຊິງຊະນະເລີດ ພົບກັບ ທີມຊາດໄທ ໃນ 17 ພຶດສະພາ 2022 ຜ່ານມາ ຜົນປະກົດວ່າ ທີມຊາດໄທ ເປັນຝ່າຍເອົາຊະນະ ດ້ວຍຄະແນນ 8-13 ເຮັດໃຫ້ທີມຊຸດປະສົມຈາກໄທ ສາມາດຄວ້າຫຼຽນຄຳ ສ່ວນທີມຊຸດປະສົມ ທີມຊາດລາວ ແມ່ນໄດ້ຫຼຽນເງິນ ເປັນຫຼຽນທີ 2 ໃຫ້ແກ່ທັບນັກກີລາເປຕັງທີມຊາດລາວ ແລະ ສົ່ງຜົນໃຫ້ ສປປລາວ

ມີຫຼຽນລາງວັນທັງໝົດ 16 ຫຼຽນ ຢູ່ອັນດັບທີ 10 ຂອງຕາຕະລາງຫຼຽນລາງວັນ ໃນວັນທີ 17 ພຶດສະພາ ສ່ວນທີ 1 ແມ່ນເຈົ້າພາບ ສສ ຫວຽດນາມ ມີ 134 ຫຼຽນ ແລະ ອັນດັບທີ 1 ແມ່ນໄທ ມີ 149 ຫຼຽນ.
ຂ່າວ: ສົມສະນິດ