*//// *//// ທະນາຄານໂລກ ຄາດ ເສດຖະກິດລາວຂະຫຍາຍ 3,8% ເຖິງຈະມີວິກິດເງິນເຟີ້-ນ້ຳມັນແພງ – Vte9 *//// *////

ທະນາຄານໂລກ ຄາດ ເສດຖະກິດລາວຂະຫຍາຍ 3,8% ເຖິງຈະມີວິກິດເງິນເຟີ້-ນ້ຳມັນແພງ

ແບ່ງປັນຂ່າວນີ້

ທະນາຄານໂລກ ຄາດຄະເນວ່າເສດຖະກິດລາວຈະຂະຫຍາຍ 3,8% ໃນປີນີ້ ເຖິງຈະມີວິກິດເງິນເຟີ້-ນ້ຳມັນແພງ ກໍ່ຕາມ.

ສຳນັກຂ່າວຊິນຫົວຂອງຈີນ ໄດ້ລາຍງານ ໃຫ້ຮູ້ວ່າ ໃນຂະນະທີ່ບັນດາຂະແໜງການຕ່າງໆຂອງ ເສດຖະກິດລາວ ເລີ່ມຟື້ນຕົວ ຫຼັງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ ພະຍາດ ໂຄວິດ-19, ແຕ່ປະເທດ ກໍປະເຊີນກັບສິ່ງທ້າທາຍອັນໜັກໜ່ວງທີ່ຕິດພັນກັບຄວາມບໍ່ສົມດຸນຂອງເສດຖະກິດມະຫາພາກເປັນເວລາດົນນານ.

ອີງຕາມການອັບເດດເສດຖະກິດຫຼ້າສຸດຂອງ ທະນາຄານໂລກ ບອກວ່າ ເສດຖະກິດຂອງລາວ ຄາດວ່າຈະເຕີບໂຕ 3,8% ໃນປີ 2022, ເພີ່ມຂຶ້ນຈາກ 2,5% ໃນປີ 2021, ເນື່ອງຈາກການເຈລະຈາໜີ້ສິນຢ່າງຕໍ່ເນື່ອງປະສົບຜົນສຳເລັດ ແລະ ມາດຕະການສະກັດກັ້ນ COVID-19 ທີ່ເຂັ້ມງວດ ບໍ່ໃຫ້ກັບ ຄືນມາ. ປັດຈຸບັນ, ປະເທດມີດຸນການຄ້າທີ່ເກີນດຸນ ແລະ ສືບຕໍ່ດຶງດູດການລົງທຶນຈາກຕ່າງປະເທດໄດ້.

ບກ: ຮຽບຮຽງ