*//// *//// ລາວໄດ້ຫຼຽນຄຳ ທຳອິດ ໃນຊີເກມ ຄັ້ງທີ 31  – Vte9 *//// *////

ລາວໄດ້ຫຼຽນຄຳ ທຳອິດ ໃນຊີເກມ ຄັ້ງທີ 31 

ແບ່ງປັນຂ່າວນີ້

ຫຼຽນຄຳ ທຳອິດ ຂອງນັກກີລາທີມຊາດລາວ ໄດ້ມາຄອງແລ້ວ ຈາກກີລາ ວໍວີນາມ ປະເພດ ຄູ່ຍິງ ມີອຸປະກອນ

ການແຂ່ງຂັນ ກີລາ ວໍວີນາມ ປະເພດຄູ່ຍິງ ມີອຸປະກອນ ຮອບຊິງຫຼຽນຄຳ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ພຶດສະພາ 2022 ໂດຍມີ 5 ປະເທດ ເຂົ້າແຂ່ງຂັນ ຄື: ມຽນມາ, ໄທ, ລາວ, ກຳປູ ເຈຍ ແລະ ຫວຽດນາມ ຜ່ານການແຂ່ງຂັນ ນັກກີລາທີມຊາດລາວ ມີຄະແນນລວມ 269 ຄະແນນ ໄດ້ຫຼຽນຄຳທຳອິດ ໃຫ້ນັກກີລາທີມຊາດລາວ  ຈາກ ນາງ ມາລາ ຈັນທະລັກສາ ແລະ ນາງ ພິກສະໄຫມ ອິນສຸມັງ, ສ່ວນຫຼຽນເງີນ ແມ່ນ ຫວຽດນາມ  ແລະ ຫຼຽນທອງ ແມ່ນ ກຳປູເຈຍ