*//// *//// ວັດປ່າວິໂມກຂະວະນາຣາມ ຊໍາປັກແຮດ ເນັ້ນຈັດງານວັນວິສາຂະບູຊາ ແບບປະຕິບັດບູຊາ – Vte9 *//// *////

ວັດປ່າວິໂມກຂະວະນາຣາມ ຊໍາປັກແຮດ ເນັ້ນຈັດງານວັນວິສາຂະບູຊາ ແບບປະຕິບັດບູຊາ

ແບ່ງປັນຂ່າວນີ້

ວັນວິສາຂະບູຊາ ເປັນວັນສຳຄັນຂອງພຣະພຸດທະສາສະໜາ ແລະ ຂອງຊາວພຸດທົ່ວໂລກອີກວັນໜຶ່ງ, ເຊິ່ງກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 6 ຂອງທຸກໆປີ ແລະ ປີນີ້ທາງວັດປ່າວິໂມກຂະວະນາຣາມ ຊໍາປັກແຮດ ກໍໄດ້ປະຕິບັດຕາມຫຼັກທໍາຄໍາສອນ ໂດຍເນັ້ນການປະຕິບັດບູຊາ.

ພຣະອາຈານ ທະວີໄຊ ພູມປະເສີດ ເຈົ້າອະທິການວັດປ່າວິໂມກຂະວະນາຣາມ ຊໍາປັກແຮດ ໄດ້ໃຫ້ສໍາພາດກ່ຽວກັບວັນວິສາຂະບູຊາ ວ່າ: ວັນວິສາຂະບູຊາ ຫຍໍ້ມາຈາກ “ວິສາຂະປຸຣະມະນີບູຊາ” ແປວ່າ “ການບູຊາໃນວັນເພັງເດືອນວິສາຂະ”, ຖ້າຫາກປີໃດມີເດືອນ 8 ສອງຫົນ ກໍເລື່ອນໄປເປັນກາງເດືອນ 7 ແລະ ວັນວິສາຂະບູຊາ ເປັນວັນສໍາຄັນຍິ່ງໃນທາງພຣະພຸດທະສາສະໜາ ເພາະເປັນວັນທີ່ ພຣະພຸດທະເຈົ້າປຣະສູດ, ໄດ້ຕັດສະຮູ້ ແລະ ໄດ້ປະຣິນິພານ, ເຊິ່ງທັງ 3 ວັນ ແມ່ນເກີດຂຶ້ນກົງກັນ ວັນເພັງເດືອນ 6 ຂຶ້ນ 15 ຄໍ່າ ຂອງທຸກໆປີ.

ພຣະອາຈານ ຍັງກ່າວອີກວ່າ: ທໍາທີ່ພຣະພຸດທະອົງ ຊົງຕັດສະຮູ້ ອະຣິຍະສັດ 4 ໄດ້ແກ່: ທຸກ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍບໍ່ສະບາຍໃຈ, ສະມຸໄທ ຄື ເຫດທີ່ເຮັດໃຫ້ເກີດທຸກ, ນິໂຣດ ຄື ຄວາມດັບທຸກ ແລະ ມັກ ຄື ຂໍ້ປະຕິບັດໃຫ້ເຖິງຄວາມດັບແຫ່ງທຸກ, ທັງ 4 ຂໍ້ນີ້ຖືເປັນສັດຈະທຳ ຫຼື ເອີ້ນວ່າ ອະຣິຍະສັດ 4 ເພາະເປັນສິ່ງທີ່ພຣະອະຣິຍະເຈົ້າ ຊົງຄົ້ນພົບ ເປັນສັດຈະທໍາຊັ້ນສູງ ປະເສີດກວ່າສັດຈະທໍາສາມັນທົ່ວໄປ, ສຳລັບ ກິດຈະກໍາໃນວັນວິສາຂະບູຊາ ວັດປ່າປ່າວິໂມກຂະວະນາຣາມ ຊໍາປັກແຮດ ແມ່ນຈະເນັ້ນການປະຕິບັດ ຕາມຫຼັກທໍາຄໍາສອນຂອງພຣະສໍາມາສໍາພຸດທະເຈົ້າ, ໂດຍໄດ້ເນັ້ນການປະຕິ ບັດບູຊາ ຫຼາຍກວ່າພີທີກໍາ.

ຂ່າວ: ຈັນດອນ

ພາບ: ແສງອາລຸນ