*//// *//// ຈະລາຈອນ ຊີ້ແຈງຫາງສຽງຂອງປະຊາຊົນ ການຕັ້ງຈຸດກວດກາ ຢູ່ເມືອງທ່າພະບາດ   – Vte9 *//// *////

ຈະລາຈອນ ຊີ້ແຈງຫາງສຽງຂອງປະຊາຊົນ ການຕັ້ງຈຸດກວດກາ ຢູ່ເມືອງທ່າພະບາດ  

ແບ່ງປັນຂ່າວນີ້


ໃນວັນທີ 16 ພຶດສະພາ 2022, ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ເປີດເຜີຍ ແລະ ຊີ້ແຈງກ່ຽວກັບຫາງສຽງຂອງປະຊາຊົນ ກໍຄືຜູ້ໃຊ້ລົດໃຊ້ຖະໜົນທີ່ເກີດຄວາມບໍ່ພໍໃຈ ທີ່ຖືກເຈົ້າໜ້າທີ່ຕໍາຫຼວດຈະລາຈອນທີ່ຕັ້ງຈຸດກວດກາຢູ່ເສັ້ນທາງ 13 ໃຕ້ ໃຊ້ມາດຕະການປັບໃໝຜູ້ກ່ຽວໃນການໃຊ້ຄວາມໄວເກີນກໍານົດປ້າຍຫ້າມໃນເຂດກໍ່ສ້າງເສັ້ນທາງ ຈໍານວນ150.000 ກີບ ເຮັດໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສານໃນລົດບໍ່ພໍໃຈຈຶ່ງໄດ້ຖ່າຍຮູບພາບ ແລະ ຄິບວີດີໂອແລ້ວເຜີຍແຜ່ລົງສື່ສັງຄົມອອນລາຍ, ເຫດການທີ່ເກີດຂຶ້ນໃນເວລາປະມານ 15:00 ຂອງວັນທີ 12 ພຶດສະພາ 2022 ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກົມຕໍາຫຼວດຈະລາຈອນ  ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຕັ້ງຈຸດກວດກາຢູ່ເສັ້ນທາງ 13 ໃຕ້ ເພື່ອເປັນການສືບຕໍ່ໃນການຈັດຕັ້ງປະຕິບັດໜ້າທີ່ຕາມແຜນການຂອງກົມຕໍາຫຼວດຈະລາຈອນ; ໃນນັ້ນ, ໄດ້ກວດກາລົດກະບະ ໝາຍເລກທະບຽນ ກກ 6084 ອຸດົມໄຊເຊິ່ງຂັບໂດຍນາງ ແສງທຽນ ແລະ ຜ່ານການກວດເອກະສານພົບວ່າຜູ້ຂັບຂີ່ບໍ່ມີໃບຂັບຂີ່, ລົດບໍ່ໄດ້ກວດກາເຕັກນິກ ແລະ ໜັງສືຢັ້ງຢືນເຕັກນິກລົດຂອງຜູ້ກ່ຽວແມ່ນໝົດກໍານົດແຕ່ປີ 2021 ເຈົ້າໜ້າທີ່ຈຶ່ງໄດ້ແນະນໍາໃຫ້ໄປຕໍ່ ແລະ ບໍ່ໄດ້ໃຊ້ມາດຕະການປັບໃໝໃດໆຕໍ່ບັນດາເອກະສານດັ່ງກ່າວ, ແຕ່ຜ່ານການ ກວດກາຈັບຄວາມໄວ ເຫັນວ່າຜູ້ກ່ຽວຂັບຂີ່ລົດດ້ວຍຄວາມໄວທີ່ປ້າຍກໍານົດຄວາມໄວໃນເຂດການກໍ່ສ້າງກໍານົດ ຄືຫ້າມໃຊ້ຄວາມໄວເກີນ 30 ກິໂລແມັດຕໍ່ຊົ່ວໂມງ ແຕ່ຜູ້ຂັບຂີ່ລົດແມ່ນໄດ້ແລ່ນມາດ້ວຍຄວາມໄວສູງເຖິງ 80 ກິໂລແມັດຕໍ່ຊົ່ວໂມງ ເຈົ້າໜ້າທີ່ຈຶ່ງໄດ້ສັ່ງໃຫ້ຈອດ  ເຊິ່ງຜ່ານການແນະນໍາຜູ້ກ່ຽວແມ່ນເຫັນດີຕໍ່ການໃຊ້ມາດຕະການປັບໃໝ ພ້ອມທັງຈ່າຍເງິນຄ່າປັບໃໝ ຈໍານວນ 150.000 ກີບ.

ຂະນະດຽວກັນ, ຜົວຜູ້ກ່ຽວທີ່ໂດຍສານມານໍາ ໄດ້ເກີດຄວາມບໍ່ພໍໃຈ ພ້ອມທັງນໍາໃຊ້ກ້ອງຖ່າຍຮູບມາຖ່າຍເປັນວີດີໂອ ແລ້ວອັບລົງເຟສບຸກສ່ວນຕົວໃນວັນທີ 14 ພຶດສະພາ 2022 ພ້ອມທັງ ມີການຕັ້ງຄໍາຖາມໃສ່ເຈົ້າໜ້າ ຈາກເຫດການທີ່ເກີດຂຶ້ນ ເຮັດໃຫ້ເກີດມີສຽງວິພາກ-ວິຈານແລະ ຕໍ່ວ່າເຈົ້າໜ້າທີ່ພວກເຮົາໄປຕ່າງໆນາໆຜ່ານທາງສືສັງຄົມອອນລາຍ ແລ້ວຍັງມີການແຊຄຣີບດັ່ງກ່າວໂດຍບໍ່ຄໍານຶງເຖິງລະບຽບການ. ເຈົ້າໜ້າທີ່ຂໍຢືນຢັນວ່າ ດ່ານກວດກາດັ່ງກ່າວແມ່ນການຈັດຕັ້ງປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນຢ່າງແທ້ຈິງ.

ທິບພະຈັນ:ຮຽບຮຽງ