*//// *//// ນັກທຸລະກິດໜຸ່ມ ນວ ສະຫຼຸບວຽກງານປີ 2021 ແລະ ວາງແຜນການປີ 2022 – Vte9 *//// *////

ນັກທຸລະກິດໜຸ່ມ ນວ ສະຫຼຸບວຽກງານປີ 2021 ແລະ ວາງແຜນການປີ 2022

ແບ່ງປັນຂ່າວນີ້

ນັກທຸລະກິດໜຸ່ມ ນວ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປີ 2021 ແລະ ວາງທິດທາງແຜນການປີ 2022 ເພື່ອເປັນການປະກອບຄຳຄິດເຫັນ ແລະ ການປັບປຸງວຽກງານໃນຕໍ່ໜ້າໃຫ້ນັບມື້ເຂັ້ມແຂງຂຶ້ນ

ກອງປະຊຸມສະຫຼູບ ການຈັດຕັ້ງປະຕິບັດວຽກງານຂອງສະມາຄົມນັກທຸລະກິດໜຸ່ມ ນວ ປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ໄດ້ມີຂຶ້ນວັນທີ 13 ພຶດສະພາ 2022 ທີ່ຫ້ອງວ່າການ ນວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນວ ແລະ ທ່ານ ພອນປະເສີດ ສີລາດວງເລີດ ປະທານສະມາຄົມນັກທຸລະກິດໜຸ່ມ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ໃນໂອກາດນີ້ ທ່ານ ຊິນນະກອນ ພົມມະສິດ ຮອງປະທານສະມາຄົມນັກທຸລະກິດໜຸ່ມ ນວ (ຜູ້ປະຈຳການ) ໄດ້ລາຍງານສະພາບລວມ ການເຄື່ອນໄຫວຂອງສະມາຄົມນັກທຸລະກິດໜຸ່ມ ນວ ໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນຜົນ ສຳເລັດການເຄື່ອນໄຫວ ບໍ່ວ່າຈະເປັນວຽກງານການນຳພາດ້ານແນວຄິດການເມືອງ, ວຽກຄຸ້ມຄອງບໍລິຫານສະມາຄົມ, ວຽກການສ້າງຄວາມເຂັ້ມແຂງໃຫ້ສະມາຊິກ ແລະ ການສ້າງຜູ້ປະກອບການໃໝ່, ວຽກງານສົ່ງເສີມຂົນຂວາຍເອົາສະມາ ຊິກໃໝ່, ວຽກການສົ່ງເສີມຄວາມສາມັກຄີ ແລະ ຊ່ວຍເຫຼືອສັງຄົມ ແລະ ການພົວພັນຮ່ວມມື ເຊິ່ງທຸກຄົນໄດ້ເປັນເຈົ້າການປຸກລະດົມເຕົ້າໂຮມຄວາມສາມັກຄີພາຍໃນຄະນະບໍລິຫານງານ ຕະຫຼອດຮອດສະມາຊິກ, ການເຄື່ອນໄຫວດຳເນີນທຸລະກິດພາຍໃຕ້ແນວທາງຂອງພັກ ແລະ ລະບຽບກົດໝາຍຂອງລັດ, ມີຄວາມເສຍສະຫຼະ, ມີຄວາມຈົ່ງຮັກພັກດີຕໍ່ອົງກອນ ແລະ ມີຄວາມກະຕືລືລົ້ນຕໍ່ໜ້າທີ່ຄວາມຮັບຜິດຊອບທີ່ຖືກມອບໝາຍ, ເຖິງແມ່ນວ່າ ສະພາບແວດລ້ອມບໍ່ເອື້ອອຳນວຍ ແຕ່ຄະນະພ້ອມດ້ວຍສະມາຊິກ ກໍຊອກຫາວິທີພັດທະນາອົງກອນ ແລະ ວິສາຫະກິດສ່ວນບຸກຄົນ ເພື່ອປັບປຸງ ໃຫ້ແທດເໝາະກັບ ສະພາບໃນປັດຈຸບັນ.

ເພື່ອເຮັດໃຫ້ວຽກງານຂອງສະມາຄົມນັກທຸລະກິດໜຸ່ມ ນວ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ດັ່ງນັ້ນ ໃນປີ 2022 ນີ້, ສະມາຄົມໄດ້ມີການວາງທິດທາງແຜນການ ໂດຍອີງໃສ່ພາລະບົດບາດຂອງສະມາຄົມ ທີ່ຂຶ້ນກັບຄະນະບໍລິ ຫານງານ ແລະ ຍັງຈະປັບປຸງວຽກງານຄຸ້ມຄອງບໍລິຫານ, ສືບຕໍ່ຍົກລະດັບວຽກງານການນຳພາແນວຄິດການເມືອງສ້າງໃຫ້ຄະນະນໍາມີຄວາມເຂົ້າໃຈ, ແຜນການສ້າງຄວາມເຂັ້ມແຂງໃຫ້ສະມາຊິກ ແລະ ສ້າງຜູ້ປະກອບການໜຸ່ມ, ແຜນການຄົ້ນຄວ້າວິທະຍາສາດພັດທະນາທຸລະກິດແຕ່ລະດ້ານ, ຄົ້ນຄວ້າສ້າງຕັ້ງກອງທຶນ ແລະ ການລົງທຶນ, ແຜນການການຊ່ວຍ ເຫຼືອສັງຄົມ ແລະ ຄວາມສາມັກຄີ ລວມທັງແຜນການຮ່ວມມືພາຍໃນ ແລະ ຕ່າງປະເທດນຳອີກ.
ຂ່າວ:ເບັງ

ພາບ: ແສງອາລຸນ