*//// *//// ສົກຮຽນ 2021 ມສ ປາດຖາໜາ ຍາດໄດ້ຮັບລາງວັນນັກຮຽນເກັ່ງລະດັບຊາດ ອັນດັບທີ 1 ຈຳນວນ 2 ຄົນ – Vte9 *//// *////

ສົກຮຽນ 2021 ມສ ປາດຖາໜາ ຍາດໄດ້ຮັບລາງວັນນັກຮຽນເກັ່ງລະດັບຊາດ ອັນດັບທີ 1 ຈຳນວນ 2 ຄົນ

ແບ່ງປັນຂ່າວນີ້

ໃນສົກຮຽນ 2021-2022 ນັກຮຽນຈາກໂຮງຮຽນປາດຖາໜາ ສາມາດຍາດໄດ້ລາງວັນນັກຮຽນເກັ່ງລະດັບຊາດ ອັນດັບ 1 ຈຳນວນ 2 ຄົນ ແລະ ຂັ້ນ ນວ 14 ຄົນ.

ຕາມການໃຫ້ສຳພາດຂອງ ທ່ານ ພອນສະຫວັນ ສິດທິນົນທອງ ຜູ້ອຳນວຍການໂຮງຮຽນປາດຖະໜາ ວ່າ: ໃນຫຼາຍໆປີທີ່ຜ່ານມາ ທາງໂຮງຮຽນປາດຖະໜາ ແມ່ນເຄີຍໄດ້ຮັບລາງວັນນັກຮຽນເກັ່ງລະດັບຊາດຫຼາຍຄັ້ງ ແລະ ໃນສົກຮຽນປີ 2021-2022 ທາງໂຮງຮຽນ ແມ່ນໄດ້ມີນັກຮຽນເກັ່ງຂັ້ນ ນວ ທັງໝົດ 14 ຄົນ ແລະ ທີ່ເດັ່ນກວ່າໝູ່ ແມ່ນຍາດໄດ້ນັກຮຽນເກັ່ງລະດັບຊາດ 2 ຄົນ ຈາກວິຊາພາສາລາວ ແລະ ວິຊາຄະນິດສາດ ຊັ້ນ ມ4, ເຊິ່ງໃນແຕ່ລະປີ ທາງໂຮງຮຽນກໍໄດ້ມີການຄັດເລືອກເອົານັກຮຽນ ມາຮຽນພິເສດຢູ່ພາຍໃນໂຮງຮຽນ ເພື່ອກຽມເຂົ້າສອບເສັງແຂ່ງຂັນນັກ ຮຽນເກັ່ງຂັ້ນເມືອງ, ຂັ້ນແຂວງ ແລະ ລະດັບຊາດ. ສໍາລັບ 2 ນ້ອງນັກຮຽນຄື: ນາງ ຕາວັນ ວົງວິໄລ ແລະ ທ້າວ ເພັດນະຄອນ ພົນທະຈັກ ທີ່ໄດ້ຮັບລາງວັນນັກຮຽນເກັ່ງລະດັບຊາດ, ທັງສອງໄດ້ກ່າວວ່າ: ຕົນເອງພາກພູມໃຈຫຼາຍ ທີ່ສາມາດຄວ້າໄດ້ລາງວັນອັນດັບທີ 1 ໃນການສອບ ເສັງນັກຮຽນເກັ່ງລະດັບຊາດ ວິຊາພາສາລາວ-ວັນນະຄະດີ ແລະ ວິຊາຄະນິດສາດ ແລະ ຖືເປັນລາງວັນໃຫ້ກັບຄອບຄົວ ແລະ ໂຮງຮຽນ.

ຜູ້ອໍານວຍການໂຮງຮຽນປາດຖະໜາ ຍັງເວົ້າໃຫ້ຮູ້ຕື່ມວ່າ: ເພື່ອເປັນແບບຢ່າງໃຫ້ກັບນ້ອງໆນັກຮຽນ ທີ່ຈະເຂົ້າຮ່ວມສອບເສັງນັກຮຽນເກັ່ງໃນຂັ້ນຕ່າງໆນັ້ນ, ທາງໂຮງຮຽນ ແມ່ນໄດ້ເນັ້ນໜັກແກ່ຄູອາຈານເອົາໃຈໃສ່ສິດສອນໃຫ້ກັບນັກຮຽນ ເພື່ອໃຫ້ມີຄວາມພ້ອມໃນການສິດສອນ ແລະ ຂັດເລືອກເອົານັກຮຽນຜູ້ທີ່ມີພອນສະຫວັນໃນແຕ່ລະວິຊາ ແລະ ຈັດແບ່ງຫ້ອງຮຽນໃຫ້ສະເພາະ, ໂດຍຈະມີຄູ-ອາຈານ ສອນໃຫ້ພິເສດອີກ ເພື່ອໃຫ້ເຂົາເຈົ້າມີຄວາມພ້ອມໃນການກະກຽມສອບເສັງ.
ສຳລັບ 2 ນັກຮຽນເກັ່ງລະດັບຊາດ ຂອງໂຮງຮຽນ ແມ່ນຈະມີທຶນການສຶກສາໃຫ້ຕະຫຼອດສົກຮຽນຈົນຈົບມັດ ທະຍົມປາຍ ແລະ ໃນແຕ່ລະປີທາງໂຮງຮຽນ ຈະມີການສອບເສັງຄັດເລືອກເອົານັກຮຽນ ເພື່ອໄປສອບເສັງນັກຮຽນເກັ່ງໃນແຕ່ລະຂັ້ນ ອີກດ້ວຍ.

ຂ່າວ:ຈັນດອນ

ພາບ: ວິໄລສັກ