*//// *//// ທົ່ວປະເທດ ມີ 400 ກວ່າຮ້ານອັດຕາແລກປ່ຽນທີ່ໄດ້ອະນຸຍາດຈາກ ທຫລ – Vte9 *//// *////

ທົ່ວປະເທດ ມີ 400 ກວ່າຮ້ານອັດຕາແລກປ່ຽນທີ່ໄດ້ອະນຸຍາດຈາກ ທຫລ

ແບ່ງປັນຂ່າວນີ້

ປັດຈຸບັນ ທົ່ວປະເທດມີຮ້ານອັດຕາແລກປ່ຽນທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປລາວ ຫຼາຍກວ່າ 400 ຮ້ານ, ໃນ 9 ທະນາຄານທີ່ຂຶ້ນກັບ.

ຈາກບັນຫາທີ່ສະມາຄົມນໍ້າມັນເຊື້ອໄຟລາວ ແລະ ອາຍແກັສລາວ, ໂດຍ ທ່ານ ສີສັງຄົມ ໂຄດໂຍ ທາ ປະທານສະມາຄົມ ໄດ້ລາຍງານກ່ຽວກັບບົດສະຫຼຸບຂອງສະມາຄົມປີ 2021 ແລະ ທິດທາງແຜນ ການປີ 2022 ໃນກອງປະຊຸມສະມາຄົມນໍ້າມັນເຊື້ອໄຟລາວ ແລະ ອາຍແກັສລາວ ປະຈໍາປີ 2022 ຜ່ານມາ, ໃນນັ້ນ ສະເໜີຕໍ່ພາກລັດ 3 ບັນຫາຕົ້ນຕໍແມ່ນ ການປັບໂຄງສ້າງລາຄານໍ້າມັນເຊື້ອໄຟ ປັບລາຄາ CIF ໃຫ້ສອດຄ່ອງຕາມການເໜັງຕີງຂອງລາຄານໍ້າມັນໃນຕະຫຼາດໂລກ, ປັບອັດຕາພາສີອາກອນ ແລະ ຄ່າທໍານຽມການນໍາເຂົ້າ ແລະ ການຈໍາໜ່າຍນໍ້າມັນເຊື້ອໄຟໃຫ້ສອດຄ່ອງຕາມກົດໝາຍ ແລະ ພັນທະດ້ານພາສີ-ອາກອນຂອງກຸ່ມປະເທດອາຊຽນ ແລະ ການປັບຄ່າບໍລິການໃຫ້ບໍລິສັດນໍ້າມັນເຊື້ອໄຟ ເພື່ອຊ່ວຍໃນການດັດສົມລາຄານໍ້າມັນ ແລະ ສຳຮອງສຸກເສີນ, ລວມທັງ ການສະໜອງເງິນຕາຕ່າງປະເທດ ແລະ ອັດຕາແລກປ່ຽນ ແມ່ນສະເໜີໃຫ້ຂະແໜງການເງິນ ຈັດສັນເງິນຕາຕ່າງປະເທດ ເພື່ອສະໜອງໃຫ້ບໍລິສັດນໍາເຂົ້ານໍ້າມັນ ເພື່ອຈັດຊື້ນໍ້າມັນເຊື້ອໄຟ ແລະ ຊໍາລະຄ່າຂົນສົ່ງໃຫ້ຕ່າງປະເທດຢ່າງໜ້ອຍ 50% ຂອງຄວາມຕ້ອງການ ເດືອນລະ 60 ລ້ານໂດລາ ດັດສົມອັດຕາແລກປ່ຽນເງິນຕາຕ່າງປະເທດລະຫວ່າງທະນາຄານທຸລະກິດຂອງລັດ ທະນາຄານຕ່າງປະເທດ ແລະ ຮ້ານແລກປ່ຽນເງິນບໍ່ໃຫ້ມີຄວາມແຕກຕ່າງກັນຫຼາຍເກີນໄປ.
ເຊິ່ງກ່ອນໜ້ານັ້ນ ທາງລັດວິສາຫະກິດນ້ຳມັນເຊື້ອໄຟລາວ ກໍໄດ້ອອກແຈ້ງການເຖິງບັນດາຕົວແທນຈຳໜ່າຍນ້ຳມັນທົ່ວປະເທດ ເຖິງສາເຫດທີ່ບໍ່ສາມາດສົ່ງນ້ຳມັນໃຫ້ແກ່ຕົວແທນໄດ້ເນື່ອງຈາກວ່າ ບໍ່ສາມາດແລກປ່ຽນເງິນຢູ່ທະນາຄານຂອງລັດ ຕາມອັດຕາທີ່ ລັດຖະບານ ກຳນົດໃຫ້ ເພື່ອໄປຊື້ນ້ຳມັນຈາກຕ່າງປະເທດ ມາບໍລິການແກ່ສັງຄົມ, ຈຶ່ງເກີດຂໍ້ຍຸ້ງຍາກຄືທີ່ພົບພໍ້ໃນປັດຈຸບັນ.

ເພື່ອເຮັດໃຫ້ການເຄື່ອນໄຫວບໍລິການຂອງຮ້ານແລກປ່ຽນເງິນຕາ ມີປະສິດທິຜົນ ແລະ ສອດ ຄ່ອງກັບກົນໄກການຄຸ້ມຄອງເງິນຕາຕ່າງປະເທດ ໃນໄລຍະໃໝ່, ພ້ອມຫັນຮ້ານແລກປ່ຽນເງິນຕາທີ່ໄດ້ຮັບອະນຸຍາດຈາກຄານແຫ່ງ ສປປລາວ ເປັນຮ້ານຕົວແທນຂອງທະນາຄານທຸລະກິດ ໃນການບໍລິການແລກປ່ຽນເງິນຕາ, ແຕ່ຄວາມເປັນຈິງໃນປັດຈຸບັນ ບັນດາຮ້ານອັດຕາແລກປ່ຽນຈຳນວນຫຼາຍກວ່າ 400 ຮ້ານ ເຊິ່ງຂຶ້ນກັບ ທະນາຄານການຄ້າຕ່າງປະເທດລາວ, ທະນາຄານພັດທະນາລາວ, ທະນາຄານຮ່ວມພັດ ທະນາ, ທະນາຄານສົ່ງເສີມກະສິກຳ, ທະນາຄານຫວຽດຕຽນລາວ ຈຳກັດ, ທະນາຄານຮ່ວມທຸລະກິດລາວຫວຽດ, ທະນາຄານ ເອັສ ທີ ຈຳກັດ, ທະນາຄານມາຣູຮານ ເຈແປນລາວ ຈຳກັດ ແລະ ທະນາຄານ ບີໄອຊີ ລາວ ຈຳກັດ, ແມ່ນໃຫ້ແລກໄດ້ໃນອັດຕາທີ່ສູງ, ເຊິ່ງນັ້ນ ຍັງບໍ່ທັນລວມເອົາບັນດາຮ້ານແລກ ປ່ຽນເປີດຂຶ້ນເປັນຈຳນວນຫຼາຍທີ່ບໍ່ໄດ້ຮັບອະນຸຍາດ, ທີ່ຜິດຕໍ່ກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ.