*//// *//// ສຕລ ມອບຫຼຽນອັນດັບ 3 ໃຫ້ທີມຊາດລາວ ພາຍຫຼັງທີມຊາດຕີມໍເລສເຕ ສະເໜີໃຫ້ຮັບຮ່ວມກັນ – Vte9 *//// *////

ສຕລ ມອບຫຼຽນອັນດັບ 3 ໃຫ້ທີມຊາດລາວ ພາຍຫຼັງທີມຊາດຕີມໍເລສເຕ ສະເໜີໃຫ້ຮັບຮ່ວມກັນ

ແບ່ງປັນຂ່າວນີ້

ສະຫະພັນບານເຕະແຫ່ງຊາດລາວ ໄດ້ມອບຫຼຽນອັນດັບ 3 ໃຫ້ກັບທີມຊາດລາວ ພາຍຫຼັງ ທີມຊາດ ຕີມໍ ເລສເຕ ສະເໜີໃຫ້ທີມຊາດລາວ ຮັບອັນດັບ 3 ຮ່ວມກັນ ໃນລາຍການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ທີ່ປະເທດກຳປູເຈຍ

ຈາກການແຂ່ງຂັນບານເຕະຊາຍ ຊີງແຊ້ມ ອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ທີ່ຜ່ານມາ ທັບນັກກີລາລາວ ໄດ້ສ້າງຜົນງານໃນຮອບແບ່ງກຸ່ມ ນັດທີ 1 ໂດຍການເອົາຊະນະ ທີມຊາດມາເລເຊຍ ໄປ 2-1 ແລະ ນັດທີ 2 ທີມຊາດລາວ ຊະນະ ທີມຊາດມາເລເຊຍ ອີກ 2-0 ເຮັດໃຫ້ທີມຊາດລາວໄດ້ເຂົ້າຮອບຮອງຊະນະເລີດເປັນທີ່ຮຽບຮ້ອຍ ເຊິ່ງນັດນີ້ທີມຊາດລາວ ແມ່ນພົບກັບ ທີມຊາດໄທ ແຕ່ເສຍໃຫ້ທີມຊາດໄທໄປ 0-2 ເຮັດໃຫ້ທີມຊາດລາວ ເຂົ້າໄປຊີງອັນດັບ 3 ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີນັກກີລາລາວຕິດເຊື້ອ ເປັນຈຳນວນຫຼາຍຄົນ ແລະ ມີອາການບາດເຈັບ ເຮັດໃຫ້ບໍ່ສາມາດລົງແຂ່ງຂັນໄດ້ ໃນເກມທີ່ທີມຊາດລາວ ພົບກັບ ທີມຊາດ ຕີມໍ ເລສເຕ ຈຶ່ງເຮັດໃຫ້ທີມຊາດ ຕີມໍ ເລສເຕ ໄດ້ອັນດັບ 3 ໄປແບບສະບາຍ ແຕ່ຍ້ອນຄວາມມີນໍ້າໃຈຂອງທີມຊາດ ຕີມໍ ເລສເຕ ຈຶ່ງໄດ້ສະເຫນີ ໃຫ້ທີມຊາດລາວ ຮັບອັນດັບ 3 ຮ່ວມກັນ ເຊິ່ງການສະເໜີດັ່ງກ່າວ ແມ່ນໄດ້ຮັບການເຫັນດີ ແລະ ຮັບຮອງ ຈາກ ສະຫະພັນບານເຕະ ອາຊຽນ ຫຼື AFF.

ສະນັ້ນ ຈຶ່ງເຮັດໃຫ້ທີມຊາດລາວ ໄດ້ຮັບອັນດັບ 3 ຮ່ວມກັບ ທີມຊາດ ຕີມໍ ເລສເຕ ໃນລາຍການແຂ່ງຂັນບານ ເຕະຊາຍ ຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ທີ່ປະເທດກຳປູເຈຍທີ່ຜ່ານມາ ແລະ ມາໃນວັນທີ 3 ພຶດສະພາ 2022, ສະຫະພັນບານເຕະແຫ່ງຊາດລາວ ກໍໄດ້ຈັດພິທີມອບຫລຽນ ອັນດັບ 3 ຂອງການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ຂຶ້ນທີ່ຫ້ອງປະຊຸມສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຄຽບ ສາເມັດ (Khiev Sameth) ປະທານສະຫະພັນບານ ເຕະອາຊຽນ, ທ່ານ Winston Lee ເລຂາທິການສະຫະພັນບານເຕະອາຊຽນ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນບານເຕະອາຊຽນ ແລະ ສື່ມວນຊົນ ເຂົ້າຮ່ວມ.

ຂ່າວ: ເດດອຸດົມ