*//// *//// ຮອງນາຍົກ ລົງຊຸກຍູ້ການຜະລິດຢູ່ໂຮງງານໄມ້ອັດ ບົວລະພາ – Vte9 *//// *////

ຮອງນາຍົກ ລົງຊຸກຍູ້ການຜະລິດຢູ່ໂຮງງານໄມ້ອັດ ບົວລະພາ

ແບ່ງປັນຂ່າວນີ້

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳເສດຖະກິດ ພ້ອມຄະນະ ລົງເຄື່ອນໄຫວຊຸກຍູ້ ແລະ ຢ້ຽມຊົມການຜະລິດໄມ້ອັດຂອງໂຮງງານບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ໃນໂອກາດທີ່ລົງເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ.

ໃນວັນທີ 3 ພຶດສະພາ 2022 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳເສດຖະກິດ ພ້ອມຄະນະ ລົງເຄື່ອນໄຫວຊຸກຍູ້ ແລະ ຢ້ຽມຊົມການຜະລິດໄມ້ອັດຂອງໂຮງງານບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ຢູ່ທີ່ບ້ານ ຄອນພຸກ ເມືອງຫີນເຫີບ ແຂວງວຽງຈັນ ໃນໂອກາດທີ່ລົງເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ. ໂດຍການຕ້ອນຮັບຂອງ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອຳນວຍການບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈໍາກັດ ພ້ອມຄະນະ ແລະ ພະນັກງານວິຊາການ.
ທາງດ້ານທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຮອງອໍານວຍການບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈຳກັດ ໄດ້ກ່າວຕໍ່ຄະນະດັ່ງກ່າວວ່າ: ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ເປັນບໍລິສັດຮ່ວມທຶນລະຫວ່າງນັກທຸລະກິດລາວ ແລະ ຕ່າງປະເທດ ໃນການລົງທຶນປູກໄມ້ອຸດສາຫະກໍາ (ໄມ້ວິກ ແລະ ໄມ້ກະຖິນນະລົງ) ແລະ ໄດ້ຜະລິດເຟີນີເຈີສົ່ງອອກມາແລ້ວຫຼາຍກວ່າ 20 ປີ ໂດຍໄດ້ສົ່ງອອກໄປຫຼາຍກວ່າ 20 ປະເທດໃນໂລກ ຊຶ່ງໂຮງງານຜະລິດເຟີນີເຈີຂອງບໍລິສັດແມ່ນຕັ້ງຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ. ພາຍຫຼັງບໍລິສັດ ໄດ້ເປີດໂຮງງານຜະລິດໄມ້ອັດແຫ່ງນີ້ໃນກາງປີ 2021 ທີ່ຜ່ານມາ ກໍ່ໄດ້ເລີ່ມຜະລິດໄມ້ອັດຈາກໄມ້ວິກ ແລະ ໄມ້ກະຖິນນະລົງ ທີ່ມາຈາກສວນປູກຂອງບໍລິສັດ. ຊຶ່ງ 95% ຂອງໄມ້ອັດແມ່ນສົ່ງອອກໄປຕ່າງປະເທດ ເຊັ່ນ: ປະເທດອົດສະຕຣາລີ, ອາເມລິກາ, ອິນເດຍ, ການາດາ ແລະ ໄທ ສ່ວນອີກ 5% ແມ່ນສົ່ງຂາຍຢູ່ຕະຫຼາດພາຍໃນ.

ທ່ານນາງ ສຸໄພວັນ ໄດ້ກ່າວຕື່ມວ່າ: ໂຮງງານແຫ່ງນີ້ ສາມາດຜະລິດໄມ້ອັດໄດ້ 50.000 ແມັດກ້ອນຕໍ່ປີ ແຕ່ປັດຈຸບັນ ໂຮງງານສາມາດເດີນເຄື່ອງຜະລິດໄມ້ອັດໄດ້ພຽງແຕ່ 60% ແລະ ຄາດວ່າໃນທ້າຍປີນີ້ຈະຜະລິດໄດ້ 100%. ປັດຈຸບັນ ບໍລິສັດ ມີສວນໄມ້ປູກວິິກ ແລະ ໄມ້ກະຖິນນະລົງແລ້ວຫຼາຍກວ່າ 5.000 ເຮັກຕາ ຢູ່ ນະຄອນຫຼວງວຽງຈັນ ແລະ ຢູ່ອີກ 3 ແຂວງຄື: ແຂວງວຽງຈັນ, ໄຊຍະບູລີ ແລະ ແຂວງໄຊສົມບູນ ຊຶ່ງການປູກໄມ້ດັ່ງກ່າວແມ່ນຈະສືບຕໍ່ຂະຫຍາຍພື້ນທີ່ປູກໄປເລື້ອຍໆ ໂດຍການຮ່ວມມືກັບປະຊາຊົນໃນຂົງເຂດ ເຊັ່ນ: ດິນຂອງປະຊາຊົນ ແລ້ວປູກຮ່ວມກັບບໍລິສັດ ແລະ ຈຳນວນໜຶ່ງແມ່ນປູກຢູ່ດິນທີ່ບໍລິສັດໄດ້ຮັບສໍາປະທານຈາກລັດຖະບານ. ປະຈຸບັນ ມີປະຊາຊົນໄດ້ມາເຮັດວຽກຢູ່ໂຮງງານປະມານ 300 ກວ່າຄົນ ແລະ ມີແຮງງານປິ່ນອ້ອມ ປູກໄມ້ ແລະ ຕັດໄມ້ ປະມານ 3 ພັນຄົນ.
ຂ່າວ: ຕະວັນ

ພາບ: ວິໄລສັກ