*//// *//// ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລົງຊີ້ນຳວຽກງານຢູ່ແຂວງຈຳປາສັກ – Vte9 *//// *////

ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລົງຊີ້ນຳວຽກງານຢູ່ແຂວງຈຳປາສັກ

ແບ່ງປັນຂ່າວນີ້

ທ້າຍອາທິດທີ່ຜ່ານມາ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລົງຊີ້ນຳວຽກງານຢູ່ແຂວງຈຳປາສັກ ໂດຍໃຫ້ການຕ້ອນຮັບຂອງທ່ານເຈົ້າແຂວງໆຈຳປາສັກ.

ໂອກາດນີ້, ທ່ານ ພູວົງ ອຸ່ນຄຳແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ກ່າວວ່າ: ຈຸດປະສົງ ໃນການຢ້ຽມຢາມພົບປະ ຄັ້ງນີ້ ແມ່ນເພື່ອປຶກສາຫາລືວຽກ ແລະ ຂໍທິດຊີ້ນຳ ກ່ຽວກັບ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້. ໂຄງການດັ່ງກ່າວ ສ້າງຕັ້ງຂຶ້ນບົນພື້ນຖານການຮ່ວມມືຂອງ ສອງລັດຖະບານ ລາວ-ຫວຽດນາມ ທີ່ໄດ້ຕົກລົງໃນການຮ່ວມມືການກໍ່ສ້າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ທີ່ແຂວງຈໍາປາສັກ ເພື່ອສືບຕໍ່ກໍ່ສ້າງພັດທະນາຊັບພະຍາກອນມະນຸດ. ຈາກນັ້ນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວສະແດງການຕ້ອນຮັບ ທ່ານ ພູວົງ ອຸ່ນຄຳແສນ ພ້ອມຄະນະ ທີ່ມາເຄື່ອນໄຫວຊີ້ນຳໃນການກະກຽມສືບຕໍ່ໂຄງການກໍ່ສ້າງສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ທີ່ແຂວງຈໍາປາສັກ, ຜ່ານມາແຂວງ ກໍຄື ຂະແໜງການກ່ຽວຂ້ອງ ໄດ້ຮ່ວມກັບກົມແຜນການ-ການເງິນ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດ ນາມ ແລະ ຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມຄະນະ ກໍຄື ໃນນາມຄະ ນະຕິດຕາມໂຄງການດັ່ງກ່າວ ໄດ້ປຶກສາຫາລືການແລກປ່ຽນ ແລະ ລົງສຳຫຼວດພື້ນທີ່ການກໍ່ສ້າງໂຄງ ການ, ພ້ອມທັງ ກະກຽມດ້ານນິຕິກຳ, ຮູບແບບ ແລະ ແຜນການຊົດເຊີຍຜົນກະທົບຈາກໂຄງການດັ່ງ ກ່າວ ແລະ ໂຄງການນີ້ ຈະກາຍເປັນຕົ້ນແບບ ແຜນໂຄງການສ້າງເມືອງມະຫາວິທະຍາໄລ ຢູ່ແຂວງຈຳປາສັກ ເພື່ອພັດທະນາ ແລະ ຍົກສູງຄຸນນະພາບຊັບພະຍາກອນມະນຸດ ຢ່າງຮອບດ້ານ.

ພ້ອມນັ້ນ, ທ່ານເຈົ້າແຂວງຈຳປາສັກ ຍັງໄດ້ສະເໜີທ່ານຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊ່ວຍຈັດຝຶກອົບຮົມ ຍົກລະດັບຄວາມຮູ້ ດ້ານທິດສະດີ-ການເມືອງ ໄລຍະສັ້ນ ໃຫ້ກັບການນຳແຕ່ລະຂັ້ນ ທ້ອງຖິ່ນຮາກຖານ ຢູ່ແຂວງຈຳປາສັກ ນຳອີກ.

ຮຽບຮຽງຂ່າວ: ເດດອຸດົມ