*//// *//// ມວນຊົນຊາວພຸດຮ່ວມກັນຫຼໍ່ພຣະ ປະດິດສະຖານ ຢູ່ວັດປ່າໂພນທອງໜອງຄໍາແສນ – Vte9 *//// *////

ມວນຊົນຊາວພຸດຮ່ວມກັນຫຼໍ່ພຣະ ປະດິດສະຖານ ຢູ່ວັດປ່າໂພນທອງໜອງຄໍາແສນ

ແບ່ງປັນຂ່າວນີ້

ຊາວພຸດສາສະນິກະຊົນ ຈາກຫຼາຍພາກສ່ວນຮ່ວມກັນຈັດພິທີຫຼໍ່ພຣະພຸດທະຮູບ ຂຶ້ນ ເພື່ອປະດິດສະຖານ ຢູ່ສາລາໂຮງທໍາຫຼັງໃໝ່ ວັດປ່າໂພນທອງໜອງຄໍາແສນ ບ້ານສີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມໃນພິທີການຫຼໍ່ພຣະທີ່ວັດປ່າໂພນທອງໜອງຄຳແສນ ມີພະອາຈານ ໄລ ພົງສາ ປະທານ ອພສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະພຣະສົງ, ສ່ວນພາຍນອກ ມີບັນດາການນໍາຂັ້ນສູງ ພ້ອມດ້ວຍ ທ່ານ ທະວີສຸກ, ນາງ ເກດແກ້ວ ສີສຸລິດ ທີ່ເປັນເຈົ້າສັດທາໃຫຍ່ ແລະ ມວນຊົນເຂົ້າຮ່ວມ.
ຕໍ່ກັບພິທີດັ່ງກ່າວ, ພະອາຈານ ລໍາພັນ ອິນທະວົງ ເຈົ້າອະທິການວັດປ່າໂພນທອງໜອງຄໍາແສນ ໄດ້ໃຫ້ສໍາພາດກັບທີມຂ່າວ ວີທີອີ 9 ຂອງພວກເຮົາວ່າ: ການຫຼໍ່ພະພຸດທະຮູບຄັ້ງນີ້ ແມ່ນເພື່ອປະດິດສະ ຖານໄວ້ ທີ່ສາລາໂຮງທຳຫຼັງໃໝ່ ຂອງວັດປ່າໂພນທອງໜອງຄຳແສນ ໃຫ້ເປັນບ່ອນສະກະລະຂາບໄຫວ້ ຂອງມວນຊົນຊາວພຸດທັງຫຼາຍ ທັງເປັນບ່ອນເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນພາຍໃນບ້ານ ໃຫ້ຢູ່ເຢັນເປັນສຸກ ການຫລໍ່ພຣະໃນເທື່ອນີ້ ແມ່ນເປັນພຣະເນື້ອທອງເຫລືອງ ມີຂະຫນາດຫນ້າຕັກ 145 ຊັງຕີແມັດ ສູງ 195 ຊັງຕີ ລວມມູນຄ່າການກໍ່ສ້າງທັງໝົດ 168 ລ້ານກີບ

ວັດປ່າໂພນທອງໜອງຄຳແສນ ມີຄວາມເກົ່າແກ່ພໍສົມຄວນ ຖືກສ້າງມາແຕ່ປີ 1970 ມີທີ່ຕັ້ງຢູ່ແຄມໜອງຄໍາແສນ ອັນເປັນທີ່ເລົ່າຂານກັນມາຕາມຄວາມເຊື່ອວ່າ ໜອງແຫ່ງນີ້ ເປັນວັງພະຍານາກ ແລະ ມີຄວາມສັກສິດຂໍພອນສິ່ງໃດ ກໍໄດ້ດັ່ງປາຖະໜາ ຈຶ່ງເຮັດໃຫ້ຫຼາຍຄົນເດີນທາງເຂົ້າມາທ່ຽວຊົມຕະຫຼອດເວລາ, ດັ່ງນັ້ນ ທາງວັດ ແລະ ອົງການປົກຄອງບ້ານ ຈຶ່ງໄດ້ມີການພັດທະນາປັບປຸງວັດແຫ່ງນີ້ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນຕື່ມ ໂດຍສະເພາະແມ່ນ ການບູລະນະສາລາໂຮງທໍາຄືນໃໝ່ ທີ່ໄດ້ເລີ່ມສ້າງມາຕັ້ງແຕ່ປີ 2018 ເປັນຕົ້ນມາ ຮອດປັດຈຸບັນ ໃກ້ຈະສໍາເລັດ 100% ແລ້ວ ແລະ ຖ້າການບູລະນະສຳເລັດ, ວັດແຫ່ງນີ້ ກໍຈະເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທາງວັດທະນະທຳຂອງຊາວນະຄອນຫຼວງວຽງຈັນ ແລະ ເປັນບ່ອນຕ້ອນຮັບແຂກບ້ານແຂກເມືອງ ທີ່ມາທ່ຽວຊົມສະຖານທີ່ວັດວາອາຣາມໃນເມືອງເອກຂອງປະເທດອີກດ້ວຍ.
ຂ່າວ: ເດດອຸດົມ

ພາບ: ວິໄລສັກ