*//// *//// ປະທານກິດຕິມະສັກ ສຕລ ໃຫ້ກຳລັງໃຈທີມນັກກີລາ ກ່ອນເດີນທາງເຂົ້າແຂ່ງຂັນຊີເກມ ຄັ້ງທີ 31 – Vte9 *//// *////

ປະທານກິດຕິມະສັກ ສຕລ ໃຫ້ກຳລັງໃຈທີມນັກກີລາ ກ່ອນເດີນທາງເຂົ້າແຂ່ງຂັນຊີເກມ ຄັ້ງທີ 31

ແບ່ງປັນຂ່າວນີ້

ຄະນະປະທານ ແລະ ທີ່ປຶກສາສະຫະພັນບານເຕະແຫ່ງຊາດລາວ ໃຫ້ກຳລັງໃຈແກ່ນັກ ກີລາທີມຊາດ ແລະ ຊຸກຍູ້ການກະກຽມກ່ອນຈະເຂົ້າຮ່ວມການແຂ່ງຂັນຊີເກມ ຄັ້ງທີ 31 ຢູ່ ສສ ຫວຽດ ນາມ ທີ່ຈະຈັດຂຶ້ນໃນມໍ່ໆນີ້

ການໂອ້ລົມເພື່ອໃຫ້ກຳລັງໃຈແກ່ນັກກີລາ ແມ່ນໄດ້ຈັດຂຶ້ນໃນວັນທີ 2 ພຶດສະພາ 2022 ໂດຍມີທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ແລະ ພາກສ່່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປະສາດໄຊ ພິລາພັນເດຊ ຄະນະນຳທີມບານເຕະຊາຍ ແລະ ທ່ານ ນາງ ພູໄຊ ແພງພົງ ຄະນະນຳທີມບານເຕະຍິງ ໄດ້ລາຍງານກ່ຽວກັບການກຽມຄວາມພ້ອມຂອງທີມ ເພື່ອກຽມເຂົ້າຮ່ວມງານມະ ຫາກຳກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 12-23 ພຶດສະພາ 2022, ໃນນັ້ນ ມີຫົວໜ້າຄະນະນໍານັກກີລາບານເຕະຊາຍ 1 ທ່ານ, ຄະນະຄູຝຶກ, ແພດ ແລະ ສື່ມວນຊົນ ມີ 11 ທ່ານ, ນັກກີລາບານເຕະຊາຍ 23 ຄົນ, ສ່ວນກີລາບານເຕະຍິງ ປະກອບມີຫົວໜ້າຄະນະນໍາ 1 ທ່ານ, ຄະນະຄູຝຶກ, ແພດ ແລະ ສື່ມວນຊົນ 10 ທ່ານ, ນັກກີລາບານເຕະຍິງອີກ 20 ຄົນ.
ກ່ອນການເດີນທາງຂອງທີມບານເຕະຊາຍ ທີ່ຈະອອກເດີນທາງໃນວັນທີ 4 ພຶດສະພາ ແລະ ທີມບານເຕະຍິງ ອອກເດີນທາງໃນວັນທີ 6 ພຶດສະພາ ນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ໂອ້ລົມໂດຍເນັ້ນໜັກໃຫ້ຄະນະນຳ, ຄູຝຶກ ແລະ ນັກກີລາ ປະຕິບັດລະບຽບການຂອງເຈົ້າພາບວາງອອກ ຢ່າງເຄັງຂັດ ແລະ ໃຫ້ຄຳນຶງວ່າ ເວລາລົງສະໜາມແຂ່ງຂັນແມ່ນໃນນາມຕາງໜ້າໃຫ້ຄົນລາວທົ່ວປະເທດ, ຕ້ອງສະ ແດງໃຫ້ເຫັນເຖິງວັດທະນະທຳຂອງຄົນລາວ ເປັນຄົນມີໄມຕີຈິດມິດຕະພາບ ຕໍ່ຜູ້ເຂົ້າຮ່ວມແຂ່ງຂັນ ແລະ ເພື່ອນຮ່ວມ ອາຊີບນຳກັນ, ແຕ່ຕ້ອງເຮັດທຸກຄວາມສາມາດ ແລະ ນຳໃຊ້ເຕັກນິກທີ່ໄດ້ຝຶກຊ້ອມມາເພື່ອເອົາຊະນະຄູ່ຕໍ່ສູ້ດ້ວຍຈິດໃຈກ້າຫານ ແລະ ດ້ວຍຈິດໃຈຊາດພິລະອາດຫານ ເພື່ອນຳເອົາໄຊຊະນະ ແລະ ກຽດຊື່ສຽງມາສູ່ປະເທດຊາດ.

າກນັ້ນ ອາພັດສະລາ ຈັນທະວົງໄຊ ຕາງໜ້ານັກກີລາທີມຊາດຍິງ ແລະ ນະລົງສິດ ຈັນທະລັງສີ ຕາງຫນ້ານັກກີລາທີມຊາດຊາຍ ໄດ້ຂຶ້ນກ່າວຮັບເອົາຄໍາໂອ້ວາດຈາກ ທ່ານ ສົມສະຫວາດ ເລັ່ງສະຫວັດ ພ້ອມທັງຈະຕັ້ງໃຈເອົາໃຈໃສ່ສ້າງຄວາມສາມັກຄີ ພາຍໃນທີມ, ພ້ອມໃຈກັນຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນພາຍໃນທີມ ຢ່າງສຸດຄວາມສາມາດ ແລະ ພະຍາຍາມສ້າງຜົນງານໃຫ້ປະກົດຜົນເປັນຈິງ’’. ເປົ້າໝາຍຂອງການເຂົ້າຮ່ວມຄັ້ງນີ້ ທັງທີມຍິງ ແລະ ຊາຍ ແມ່ນຈະສູ້ຊົນໃຫ້ໄດ້ຜ່ານເຂົ້າຮອບຮອງຊະນະເລີດ.