*//// *//// ຄອບຄົວ ພົມມີ ສຸກວົງສາ ປູກແຕງໂມຂາຍສ້າງລາຍຮັບໄດ້ 30 ລ້ານກີບຕໍ່ປີ – Vte9 *//// *////

ຄອບຄົວ ພົມມີ ສຸກວົງສາ ປູກແຕງໂມຂາຍສ້າງລາຍຮັບໄດ້ 30 ລ້ານກີບຕໍ່ປີ

ແບ່ງປັນຂ່າວນີ້

ຄອບຄົວທ່ານ ນາງ ພົມມີ ສຸກວົງສາ ຢືດຖືອາຊີບການປູກຝັງ ໂດຍສະເພາະ ປູກໝາກແຕງໂມຂາຍ ສາມາດສ້າງລາຍຮັບ ໄດ້ 30 ລ້ານກີບຕໍ່ປີ

ປັດຈຸບັນ ການປູກຝັງ-ລ້ຽງສັດ ເປັນອາຊີບໜຶ່ງທີ່ສ້າງລາຍຮັບເຂົ້າສູ່ຄອບຄົວ ຄືດັ່ງ ຄອບຄົວຂອງທ່ານ ນາງ ພົມມີ ສຸກວົງສາ ທີ່ຢືດຖືອາຊີບປູກຝັງ-ລ້ຽງສັດ ແລະ ໜຶ່ງໃນນັ້ນ ແມ່ນການປູກຝັງທີ່ໃຫ້ຜົນກຳລາຍໄລເຂົ້າຄອບຄົວຫຼາຍ, ໂດຍເລີ່ມແຕ່ປີ 2007 ເປັນຕົ້ນມາ ໄດ້ປູກໝາກແຕງໂມ, ສາລີຫວານ, ໝາກເພັດ ໃນເນື້ຶອທີ່ທັງໝົດ 6.000 ຕາແມັດ ຕໍ່ມາເຫັນໄດ້ວ່າ ໝາກແຕງໂມ ເປັນພືດທີ່ປູກງ່າຍ ໃຊ້ຕົ້ນທືນພຽງແຕ່ 3-4 ລ້ານກີບ ແລະ ໃຊ້ເວລາ 3-4 ເດືອນ ກໍສາມາດເກັບກູ້ຜົນລະປູກໄດ້ ແລະ ຍັງເປັນທີ່ຕ້ອງການຂອງຕະຫຼາດ ສິ່ງສຳຄັນຍັງສາມາດສ້າງລາຍຮັບໄດ້. ສະເພາະ ການປູກແຕງໂມ ແມ່ນໄດ້ເລີ່ມປູກແຕ່ປີ 2012 ເປັນຕົ້ນມາ ສາມາດສ້າງລາຍຮັບເຂົ້າຄອບຄົວບໍ່ຕ່ຳກວ່າ 16 ລ້ານຕໍ່ປີ. ມາປີ 2013 -2015 ແມ່ນໄດ້ຮັບຜົນດີ ມີລາຍໄດ້ສູງເຖິງ 30 ລ້ານກີບຕໍ່ປີ, ແຕ່ປັດຈຸບັນ ສະພາບດິນຟ້າອາ ກາດມີກາານປ່ຽນແປງ ກໍຄື ມາໃນຕົ້ນເດືອນມີນາ 2022 ໄດ້ມີຝົນຕົກລິນ ເຮັດໃຫ້ການປູກໝາກແຕງໂມ ປີນີ້ເໜົ່າ ແລະ ລົ້ນເສຍຫາຍຈຳນວນຫຼາຍ, ຕໍ່ກັບບັນຫາດັ່ງກ່າວ ຄອບຄົວຈຶ່ງໄດ້ນຳເອົາ ສາລີຫວານມາປູກທົດແທນໃສ່ແຖວທີ່ເສຍຫາຍ.

ສຳເລັບ ເຕັກນິກໃນການປູກໝາກໂມ ແລະ ສາລີຫວານ ທ່ານ ນາງ ພົມມີ ສຸກວົງສາ ໄດ້ເວົ້າວ່າ: ຕົນເອງໄດ້ໄປຖອດຖອນບົດຮຽນນຳຜູ້ທີ່ເຄີຍປູກຜ່ານມາ ຢູ່ບ້ານນາເງິນ ເມືອງແອດ ແລະ ມາລົງມືຈັດຕັ້ງປະຕິບັດໃນເນື້ອທີ່ນາຂອງຕົນເອງ, ພາຍຫຼັງ ການເກັບກູ້ເຂົ້ານາປີຂອງທຸກໆປີ ແລະ ຄອບຄົວໄດ້ພາກັບໄຖຄາດ, ຍອດເມັດພັນຕາມແຕ່ລະຂັ້ນຕອນ, ພ້ອມນັ້ນ ຍັງໄດ້ເຊີນຊວນຊາວກະສິກອນ ທີ່ມີເນື້ອທີ່ດິນເປົ່າວ່າງ ໃຫ້ພາກັນປູກພຶດຕາມຄວາມສາມາດ ແລະ ເງື່ອນໄຂຂອງຕົນເອງ ບໍ່ວ່າຈະເປັນແຕງໂມ, ໝາກແຕງລາຍ ແລະ ພືດພັດຕ່າງໆໄວ້ບໍລິໂພກໃນຄອບຄົວ ແລະ ຂາຍອອກເປັນສິນຄ້າ ເພື່ອພັດ ທະນາຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ.

ຂ່າວ: ຫົວພັນ

ຮຽບຮຽງ:ເບັງ