*//// *//// ປກສ ກຸ່ມ 05 ໜອງທາ ມອບລົດຈັກຄືນເຈົ້າຂອງ – Vte9 *//// *////

ປກສ ກຸ່ມ 05 ໜອງທາ ມອບລົດຈັກຄືນເຈົ້າຂອງ

ແບ່ງປັນຂ່າວນີ້

ໃນວັນທີ 4 ພຶດສະພາ 2022, ປກສ ກຸ່ມ 05 ໜອງທາ ເມືອງຈັນທະບູລີ ນວ ໄດ້ມອບລົດຈັກເວບຮ້ອຍສີແດງດຳ ໝາຍເລກທະບຽນດນ 9646 ທີ່ເກັບກູ້ມາໄດ້ຈາກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງ, ກ່າວມອບໂດຍ ພັທ ຄຳພັດ ສົມມະລັດ ຫົວໜ້າ ປກສ ກຸ່ມ 05 ໜອງທາ, ກ່າວຮັບໂດຍ ເຈົ້າຂອງລົດ ທ່ານ ລີ້ນ້ອຍ ກອງມະນີ ປະຊາຊົນ ບ້ານໜອງທາເໜືອ ເມືອງຈັນທະບູລີ ນວ.

ພັທ ຄຳພັດ ສົມມະລັດ ຫົວໜ້າ ປກສ ກຸ່ມ 05 ໜອງທາ ໃຫ້ຮູ້ວ່າ: ລົດຈັກເວບຮ້ອຍສີແດງດຳ ທີ່ນຳມາມອບຄືນໃຫ້ເຈົ້າຂອງໃນຄັ້ງນີ້ ສາມາດເກັບກູ້ຄືນມາໄດ້ໃນເວລາ 23:00 ໂມງ ຂອງວັນທີ 29 ເມສາ 2022, ໃນຂະນະທີ່ເຈົ້າໜ້າທີ່ອອກກວດກາລາດຕະເວນຕາມຂອບເຂດຮັບຜິດຊອບ ຢູ່ເສັ້ນທາງໂຮງໝໍແມ່ ແລະ ເດັກ ໜອງພະຍາ ໄດ້ພົບເຫັນເປົ້າໝາຍຕ້ອງສົງໄສຈຶ່ງສະແດງຕົວເຂົ້າກວດຄົ້ນ ແຕ່ເປົ້າໝາຍໄດ້ເອົາຕົວລົບໜີ ແລະ ຖິ້ມລົດຈັກຄັນດັ່ງກ່າວໄວ້ຂ້າງທາງ, ເຈົ້າໜ້າທີ່ຈຶ່ງໄດ້ນຳລົດຈັກເວບຮ້ອຍຄັນດັ່ງກ່າວມາເກັບຮັກສາໄວ້ຢູ່ຫ້ອງການ ປກສກຸ່ມ; ຫຼັງຈາກນັ້ນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອກວດກາ ຈຶ່ງຮູ້ວ່າລົດຈັກຄັນດັ່ງກ່າວແມ່ນອອກຊຶ່ທ້າວ ລີ້ນ້ອຍ ກອງມະນີບ້ານໜອງທາເໜືອ ເມືອງຈັນທະບູລີ ເຊິ່ງຖືກຄົນຮ້າຍລັກໄປແຕ່ ວັນທີ 15 ພຶດສະພາ ປີ 2020.

ທິບພະຈັນ   ຮຽບຮຽງ