*//// *//// ປະທານສະພາແຫ່ງຊາດລາວ ເນັ້ນບໍລິສັດວັງຕັດ ເອົາໃຈໃສ່ວຽກປົກປັກຮັກສາສິ່ງແວດລ້ອມ – Vte9 *//// *////

ປະທານສະພາແຫ່ງຊາດລາວ ເນັ້ນບໍລິສັດວັງຕັດ ເອົາໃຈໃສ່ວຽກປົກປັກຮັກສາສິ່ງແວດລ້ອມ

ແບ່ງປັນຂ່າວນີ້

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ຢູ່ແຂວງອັດຕະປື ໃນ​ວັນ​ທີ 3 ພຶດ​ສະ​ພາ ຜ່ານ​ມາ ໂດຍການຕ້ອນຮັບຂອງ ທ່ານ ພົງໄຊ ໄຊສະນະ ໄຊຍະເສນາ ປະທານບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນໃຫ້ບໍລິສັດເອົາໃຈໃສ່ບາງບັນຫາ ເປັນຕົ້ນ ວຽກງານການປົກປັກຮັກສາສິ່ງແວດລ້ອມ ແລະ ທໍາມະຊາດ ເນື່ອງຈາກ ການລົງທຶນຂຸດຄົ້ນບໍ່ແຮ່ ມີການນໍາໃຊ້ເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ ທີ່ອາດສົ່ງຜົນກະທົບຕໍ່ຄຸນນະພາບຂອງນໍ້າ ທີ່ປະຊາຊົນ ນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນ, ຖ້າການຂຸດຄົ້ນບໍ່ແຮ່ສົ່ງຜົນກະທົບຕໍ່ແມ່ນໍ້າລໍາເຊ ແມ່ນໃຫ້ບໍ ລິສັດຄົ້ນຄວ້າຊອກຫາວິທີການບໍາບັດ ແລະ ວິທີການອື່ນທີ່ຈະເກີດຜົນກະທົບໜ້ອຍທີ່ສຸດ. ການຊົດເຊີຍຜົນກະທົບຕໍ່ບ່ອນຢູ່ອາໄສ, ທີ່ດິນທໍາການຜະລິດຂອງປະຊາຊົນ ຫາກມີກໍໃຫ້ເອົາໃຈໃສ່ຄົ້ນຄວ້າຊອກຫາວິທີແກ້ໄຂຢ່າງເໝາະສົມ, ເນື່ອງຈາກ ການລົງທຶນຂຸດຄົ້ນບໍ່ແຮ່ ເປັນການລົງທຶນທີ່ປະຊາຊົນໃຫ້​ຄວາມສົນໃຈຫຼາຍ ແລະ ເອົາໃຈໃສ່ຕິດຕາມການດໍາເນີນໂຄງການ ໂດຍສະເພາະ ປະຊາຊົນທີ່ອາໄສຢູ່ທ້ອງຖິ່ນທີ່ຕິດພັັນກັບຊັບພະ​ຍາ​ກອນດັ່ງກ່າວ. ສະນັ້ນ, ສະເໜີໃຫ້ບໍລິສັດເອົາໃຈໃສ່ປະຕິບັດໂຄງການລົງທຶນຕາມກົດໝາຍກໍານົດ; ພ້ອມ​ທັງ ຮັບປະກັນ 3 ຜົນປະໂຫຍດ ເປັນຕົ້ນຜົນປະໂຫຍດລວມຂອງປະ ເທດຊາດ, ຜົນປະໂຫຍດຂອງຜູ້ລົງທຶນ ແລະ ຜົນປະໂຫຍດຂອງທ້ອງຖິ່ນ, ບ່ອນບໍ່ແຮ່ຕັ້ງຢູ່ກໍໃຫ້ໄດ້ຮັບການພັດທະນາ.

ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ໄດ້ສ້າງຕັ້ງຂຶ້ນໃນປີ 2009 ຢູ່ເຂດບ້ານວັງຕັດໃຫຍ່-ບ້ານຢຽງດາກ ເມືອງຊານໄຊ ແຂວງອັດຕະ ປື, ໄດ້ດຳເນີນໂຄງການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນແຮ່ທາດທີ່ເຂດຈຸດສຸມວັງຕັດ ເມືອງຊານໄຊ ແລະ ເນື້ອທີ່ຈຳນວນໜຶ່ງທີ່ເຂດດາກລຸກ ເມືອງດາກຈຶງ ແຂວງເຊກອງ. ປັດຈຸບັນ ມີເນື້ອທີ່ຊອກຄົ້ນ, ສຳ ຫຼວດທັງໝົດ 399,1 ກິໂລຕາແມັດ ແລະ ເນື້ອທີ່ໆໄດ້ຮັບອະນຸຍາດຂຸດຄົ້ນມີພຽງ 18 ກິໂລຕາແມັດ. ໂຄງການດັ່ງກ່າວ ນອນໃນເຂດພູມສັນຖານເນີນພູ, ໃນພື້ນທີ່ສຳ​ຫຼວດ-ຂຸດ​ຄົ້ນແມ່ນພົບຄວາມຫຍຸ້ງຍາກ ແລະ ລະບົບພື້ນຖານໂຄງລ່າງແມ່ນຍັງບໍ່ທັນຮັບການພັດທະນາ