*//// *//// ປະທານສະພາແຫ່ງຊາດ ເນັ້ນໃຫ້ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ ພ້ອມຮັກສາສິ່ງແວດລ້ອມທໍາມະຊາດ  – Vte9 *//// *////

ປະທານສະພາແຫ່ງຊາດ ເນັ້ນໃຫ້ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ ພ້ອມຮັກສາສິ່ງແວດລ້ອມທໍາມະຊາດ 

ແບ່ງປັນຂ່າວນີ້

ໃນວັນທີ 3 ພຶດສະພາ 2022, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ຢູ່ແຂວງອັດຕະປື ໂດຍການຕ້ອນຮັບຂອງ ທ່ານ ພົງໄຊ ໄຊສະນະ ໄຊຍະເສນາ ປະທານ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ຈໍາກັດ ພ້ອມດ້ວຍຄະນະ.

ທ່ານ ປະທານ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ໄດ້ສ້າງຕັ້ງຂຶ້ນໃນປີ 2009 ຢູ່ເຂດບ້ານວັງຕັດໃຫຍ່-ບ້ານຢຽງດາກ ເມືອງຊານໄຊ ແຂວງອັດຕະປື, ໄດ້ດຳເນີນໂຄງການ ຊອກຄົ້ນ, ສຳຫລວດ ແລະ ຂຸດຄົ້ນແຮ່ທາດທີ່ ເຂດຈຸດສຸມວັງຕັດ ເມືອງຊານໄຊແລະ ໃນເນື້ອທີ່ຈຳນວນໜຶ່ງທີ່ເຂດດາກລຸກ ເມືອງດາກຈຶງ ແຂວງເຊກອງ. ປັດຈຸບັນ ເນື້ອທີ່ຊອກຄົ້ນ, ສຳຫລວດທັງໝົດມີ 399,1 ກິໂລຕາແມັດ ແລະ ເນື້ອທີ່ ທີ່ໄດ້ຮັບອະນຸຍາດຂຸດຄົ້ນມີພຽງ 18 ກິໂລຕາແມັດ. ໂຄງການດັ່ງກ່າວ ນອນໃນເຂດພູມສັນຖານເນີນພູ, ສະພາບທາງດ້ານອາກາດ ແບ່ງອອກເປັນ 2 ໄລຍະ ຄື ລະດູ ແລ້ງ ແລະ ລະດູຝົນ, ເງື່ອນໄຂທາງດ້ານເສດຖະກິດ-ສັງຄົມ ໃນພື້ນທີ່ແມ່ນພົບຄວາມຍຸ້ງຍາກແລະ ລະ ບົບພື້ນຖານໂຄງລ່າງແມ່ນ ຍັງບໍ່ທັນຮັບການພັດທະນາ. ປີຜ່ານມາ, ບໍລິສັດ ໄດ້ສຸມໃສ່ການສຳຫລວດ ເປີດກວ້າງເນື້ອທີ່ ທີ່ໄດ້ຮັບອະນຸຍາດຊອກຄົ້ນ-ສຳຫລວດ ແລະ ສຸມໃສ່ການສຳຫລວດເລິກ ໃນບັນດາພື້ນທີ່ ທີ່ໄດ້ຮັບອະນຸຍາດການຂຸດຄົ້ນ ເພື່ອແນໃສ່ປະເມີນລາຄາທີ່ແນ່ນອນທາງດ້ານຄຸນນະພາບ ແລະ ປະ ລິມານສະສົມແຮ່ທີ່ນຳເຂົ້າການຜະລິດ, ໄດ້ດຳເນີນການເຊັນສັນຍາ ກັບໜ່ວຍງານຊີເຈາະສຳຫລວດທີ່ມີຊື່ສຽງລະດັບສາກົນ ໄດ້ດຳເນີນການຊີເຈາະລວມໄດ້ບໍລິມາດ 60.000 ແມັດເຈາະ.

ທິບພະຈັນ: ຮຽບຮຽງ