*//// *//// ສານປະຊາຊົນສູງສຸດ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ – Vte9 *//// *////

ສານປະຊາຊົນສູງສຸດ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ແບ່ງປັນຂ່າວນີ້

ານປະຊາຊົນສູງສຸດຫວນຄືນມູນເຊື້ອວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ

ພິທີປາຖະກະຖາ ດັ່ງກ່າວຈັດຂື້ນໃນວັນທີ 28 ເມສາ 2022,ທີ່ສານປະຊາຊົນສູງສຸດ, ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ຄຳມີ ໄຊຍະວົງ ອະດີດປະທານສານປະຊາຊົນສູງສຸດ, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ມີຫົວໜ້າຄະນະສານ, ຫົວໜ້າກົມ, ສະຖານັບຄົ້ນຄວ້າ-ຝຶກອົບຮົມ ແລະ ພະນັກງານອ້ອມຂ້າງ ເຂົ້າຮ່ວມ.
ທ່ານ ຄຳມີ ໄຊຍະວົງ ໄດ້ໄຫ້ຮູ້ວ່າ: ເພື່ອຫວນຄືນມູນເຊື້ອແຫ່ງສາຍພົວພັນມິດຕະພາບອນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ເຊິ່ງເປັນປັດໃຈອັນສຳຄັນຕັດສິນໄຊຊະນະຂອງການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄືການສ້າງສາພັດທະນາ ຂອງສອງປະເທດໃນປັກຈຸບັນ, ພ້ອມທັງເປັນການໂຄສະນາ ສຶກສາອບຮົມໃຫ້ພະນັກງານອ້ອມຂ້າງສານປະຊາຊົນສູງສຸດ ມີຄວາມຮັບຮູ້ ເຂົ້າໃຈຖືກຕ້ອງ, ເລີກເຊີ່ງ, ໜັກແໜ້ນ ແລະ ສຶບຕໍ່ປົກປັກຮັກສາ ເສີມຂະຫຍາຍມູນເຊື້ອອັນດີງາມລະຫວ່າງລາວ-ຫວຽດນາມ, ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງຍາມນານ, ທັງເປັນການທະນຸຖະໜອມ ເພີ່ມພູນຄູນສ້າງມູນເຊື້ອດັ່ງກ່າວໃຫ້ຈະເລີນງອກງມຍິ່ງໆຂື້ນ, ທັງເປັນການຈາລຶກບຸນຄຸນ ຄຸນງາມຄວາມດີຂອງພັກຂອງພັກ-ລັດ ແລະ ປະຊາຊົນ

ຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫ່ຍຫຼວງ ແລະ ລໍ້າຄ່າ ໃນພາລະກິດປະຕິວັດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງ ອັນດຽວໃນເມື່ອກ່ອນ ແລະ ປົກປັກຮັກສາ, ພັດທະນາສ້າງສາປະເທດຫວຽດນາມໃນປັດຈະບັນ.

ຂ່າວ: ທິບພະຈັນ

ພາບ:ວິໄລສັກ