*//// *//// ສືບຕໍ່ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງ ໄລຍະ 6 ໃນລາວ – Vte9 *//// *////

ສືບຕໍ່ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງ ໄລຍະ 6 ໃນລາວ

ແບ່ງປັນຂ່າວນີ້

ເພື່ອສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍເນື້ອທີ່ການຄຸ້ມຄອງປ່າໄມ້ທຳມະຊາດແບບຍືນຍົງ, ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງ ຂຶ່ງໄດ້ສືບຕໍ່ໂຄງການເປັນໄລຍະທີ 6, ໂດຍປະຕິບັດຢູ່ 30 ບ້ານຂອງ 7 ເມືອງໃນ 3 ແຂວງ.

ໂຄງການຫວາຍ ແລະ ໄມ້ປ່ອງ ໄລຍະ 5 ໄດ້ສີ້ນສຸດລົງໃນທ້າຍປີ 2020 ທີ່ເນັ້ນໃສ່ສ້າງຄວາມເຂັ້ມແຂງຕ່ອງໂສ້ທຸລະກິດຫວາຍ ແລະ ໄມ້ປ່ອງ ໃຫ້ມີຄວາມຍືນຍົງ, ສ້າງຄວາມເຂັ້ມແຂງໃຫ້ກັບຊາວ ບ້ານ ແລະ ວຽກງານຈັດສັນໂຄງການປ່າຫວາຍ ແລະ ໄມ້ປ່ອງ ໂດຍເອົາຮູບແບບການຢັ້ງຢືນ ປ່າຫວາຍຈາກສະພາບໍລິຫານປ່າໄມ້ສາກົນ ແລະ ສາມາດຄຸ້ມຄອງໄດ້ທັງໝົດ 3 ໝື່ນກວ່າເຮັກຕາ, ໃນນັ້ນ ປ່າຫວາຍມີ 11.000 ກວ່າເຮັກຕາ, ດັ່ງນັ້ນ ຈຶ່ງເຫັນວ່າມີຄວາມຈຳເປັນຈະຕ້ອງໄດ້ສືບຕໍ່ໂຄງການໄລຍະທີ 6 ເພື່ອເຂົ້າມາຊ່ວຍໃນການຄຸ້ມຄອງປ່າໄມ້ຊຸມຊົນ ແລະ ລະບົບຕ່ອງໂສ້ການສະໜອງຫວາຍແບບຍືນຍົງ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມສີຂຽວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ໂຄງການໄລຍະ 6 ນີ້ ແມ່ນໄດ້ຮັບທຶນສະໜັບສະໜູນຈຳນວນ 3 ແສນກວ່າໂດລາສະຫະລັດ, ຈາກບໍລິສັດເຟີນີເຈີ ປະເທດຊູແອດ ອີເກຍ ແລະ ອົງການຮ່ວມມືເພື່ອການພັດທະນາສາກົນຂອງປະເທດ ຊູແອດ ຊີດ້າ ໂດຍຜ່ານອົງການກອງທຶນອະນຸລັກທຳມະຊາດໂລກ (WWF-Laos), ການຈັດຕັ້ງປະຕິ ບັດໂຄງການແມ່ນເລີ່ມແຕ່ມື້ອະນຸມັດ ເຖິງເດືອນທັນວາ 2023, ໃນ 3 ແຂວງ 7 ເມືອງ ແລະ 30 ບ້ານຄື: ແຂວງບໍລິຄຳໄຊ ມີ 14 ບ້ານ, ແຂວງສາລະວັນ 9 ບ້ານ, ສ່ວນແຂວງເຊກອງ 7 ບ້ານ, ເຊິ່ງກິດຈະກຳຫຼັກ ແມ່ນສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍເນື້ອທີ່ການຄຸ້ມຄອງປ່າໄມ້ທຳມະຊາດແບບຍືນຍົງຢູ່ໃນບ້ານເປົ້າໝາຍໂຄງການ; ສົ່ງເສີມຄວາມຍືນຍົງ ແລະ ຄວາມຖືກຕ້ອງຕາມກົດໝາຍຂອງຕ່ອງໂສ້ການສະໜອງຫວາຍ, ໄມ້ປ່ອງ ແລະ ການເຊື່ອມໂຍງການຕະຫຼາດ; ສະໜັບສະໜູນການດຳລົງຊີວິດແບບຍືນຍົງ ແລະ ທົນຕໍ່ກັບສະພາບອາກາດ ໂດຍຜ່ານການປັບປຸງການຄຸ້ມຄອງການຈັດສັນປ່າໄມ້ ແລະ ການເພີ່ມພູນທັກສະໃນການຜະລິດ ໂດຍການສ້າງຜະລິດຕະພັນຫວາຍ ແລະ ໄມ້ປ່ອງ; ສຳເລັດການສຶກສາ ແລະ ການປະເມີນຕ່ອງໂສ້ມູນຄ່າເພີ່ມຂອງຫວາຍໃນລາວຢ່າງຮອບດ້ານ.

ດັ່ງນັ້ນ ໃນວັນທີ 26 ເມສາ ຜ່ານມາ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະ ບົດ ແລະ ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປລາວ ຈຶ່ງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງ ໄລຍະ 6 ຂຶ້ນ, ເຊັນໂດຍ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຣໍລິດ ພາເລຕີນີ ຫົວໜ້າອົງການ WWF-Laos.