*//// *//// ຮອງລັດຖະມົນຕີກະຊວງ ຍທຂ ຕິດຕາມຄວາມຄືບໜ້າໂຄງການປັບປຸງທ່າເຮືອ – Vte9 *//// *////

ຮອງລັດຖະມົນຕີກະຊວງ ຍທຂ ຕິດຕາມຄວາມຄືບໜ້າໂຄງການປັບປຸງທ່າເຮືອ

ແບ່ງປັນຂ່າວນີ້

ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການປັບປຸງທ່າເຮືອ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ, ທາງຍ່າງລຽບແຄມຂອງແຂວງບໍ່ແກ້ວ ທີ່ນອນໃນໂຄງການພັດທະນາຕົວເມືອງຫ້ວຍຊາຍ ຕາມແລວທາງອະນຸພາກພື້ນແມ່ນ້ຳຂອງສອງ.

ວັນທີ 26 ເມສາ ຜ່ານມາ, ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ, ມີຫົວໜ້າພະແນກ ຍທຂ ແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງຕິດຕາມຊຸກຍູ້ຄວາມຄືບໜ້າ ແລະ ສະພາບຄວາມເປັນລະບຽບຮ້ອຍຂອງໂຄງການປັບ ປຸງທ່າເຮືອ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ພ້ອມທາງຍ່າງລຽບແຄມຂອງແຂວງບໍ່ແກ້ວ ທີ່ນອນຢູ່ໃນໂຄງ ການພັດທະ ນາຕົວເມືອງຫ້ວຍຊາຍ ຕາມແລວທາງອະນຸພາກພື້ນແມ່ນ້ຳຂອງສອງ, ໂດຍລວມເຫັນວ່າ ແຕ່ລະໜ້າວຽກໄດ້ດຳເນີນໄປຕາມແຜນຂອງໂຄງການ ເປັນຕົ້ນ ການກໍ່ສ້າງປ້ອງກັນຕາຝັ່ງແຄມຂອງ 960 ແມັດ, ມີທາງຍ່າງ, ມີຂົວເບຕົງເສີມເຫຼັກຂ້າມຮ່ອງ 1 ແຫ່ງ ພ້ອມລະບົບໄຟແສງສະຫວ່າງ, ກໍ່ສ້າງເສັ້ນທາງເຂົ້າ ທ່າເຮືອປູດ້ວຍເບຕົງໜາ 23 ຊັງຕີແມັດ, ກວ້າງ 6-9 ແມັດ, ມີໄຟເຍືອງທາງຄົບຊຸດ, ກໍ່ ສ້າງອາຄານ 2 ຫຼັງຄື: ອາຄານບ່ອນເຮັດວຽກສຳລັັບພະນັກງານດ່ານ ແລະ ອາຄານຕ້ອນຮັບແຂກ, ນັກທ່ອງທ່ຽວ, ຜູ້ມາໃຊ້ບໍລິການດ່ານ, ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວມາຮອອດປັດຈຸບັນ ສຳ ເລັດແລ້ວ 97% ລວມມູນຄ່າການກໍ່ສ້າງເກືອບ 2 ລ້ານໂດລາ ໂດຍແມ່ນ ບໍລິສັດ ເອັມພີກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບກໍ່ສ້າງ ແລະ ຈະມີການມອບຮັບໂຄງການຊົ່ວຄາວໃນໄວໆນີ້, ປັດຈຸບັນ ກຳລັງດຳເນີນການກໍ່ສ້າງວຽກຍ່ອຍ ແລະ ຕົບແຕ່ງ, ພ້ອມທັງ ເກັບກຳລາຍລະອຽດແຕ່ລະໜ້າວຽກໃຫ້ສຳເລັດຕາມແຜນທີ່ວາງໄວ້.

ຈາກນັ້ນ, ທ່ານນາງ ວິໄລຄຳ ໂພສາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມເອົາໃຈໃສ່ຂອງທຸກພາກສ່ວນ ພ້ອມເນັ້ນໃຫ້ຄະນະຮັບຜິດຊອບສືບຕໍ່ເອົາໃຈໃສ່ຕິດຕາມຊຸກຍູ້ໃຫ້ໂຄງການປັບປຸງທ່າເຮືອ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ພ້ອມທາງຍ່າງລຽບແຄມຂອງແຂວງບໍ່ແກ້ວ ໃຫ້ສຳເລັດຕາມແຜນ ແລະ ມີຄຸນນະພາບ ໄດ້ມາດຕະຖານເຕັກນິກ, ສຳລັບ ການມອບ-ຮັບໂຄງການຊົ່ວຄາວໃຫ້ເບິ່ງຄືນບົດ ຮຽນທີ່ຜ່ານມາໃຫ້ລະອຽດມີຄວາມຮັບຜິດຊອບຢ່າງຊັດເຈນໃນດ້ານຕ່າງໆ ໂດຍສະເພາະ ການປົກປັກຮັກສາໃນໄລຍະມອບ-ຮັບໂຄງການຊົ່ວຄາວ ເພື່ອຮັບປະກັນບໍ່ໃຫ້ມີວັດຖຸອຸປະກອນເສຍຫາຍ, ຖືກທຳ ລາຍ ແລະ ສາມາດແກ້ໄຂໄດ້ຢ່າງຖືກຕ້ອງສອດຄ່ອງຕາມຄວາມເປັນຈິງ.