*//// *//// ບ້ານ ແຈລະມ໋ອງ ເມືອງອາດສະພັງທອງ ໄດ້ເສັ້ນທາງເຂົ້າບ້ານ  – Vte9 *//// *////

ບ້ານ ແຈລະມ໋ອງ ເມືອງອາດສະພັງທອງ ໄດ້ເສັ້ນທາງເຂົ້າບ້ານ 

ແບ່ງປັນຂ່າວນີ້

ບ້ານແຈລະມ໋ອງ ເມືອງອາດສະພັງທອງ ໄດ້ເສັ້ນທາງເຂົ້າຫາບ້ານ, ໂດຍທຶນສົມທົບຂອງຫຼາຍພາກສ່ວນໃນສັງຄົມ

ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນວັນທີ 1 ພຶດສະພາ ວັນກຳມະກອນສາກົນ ຄົບຮອບ 136 ປີ; ມາໃນວັນທີ 28 ເມສາ 2022, ທັງພາກລັດ ແລະ ເອກະຊົນຫຼາຍພາກສ່ວນ ໄດ້ພ້ອມກັນ ປະກອບສ່ວນທຶນຮອນເຂົ້າໃນການປັບປຸງ ແລະ ສ້ອມແປງເສັ້ນທາງເຂົ້າບ້ານ ແຈລະມ໋ອງ, ເມືອງອາດສະພັງທອງ ແຂວງສະຫວັນນະເຂດ, ເສັ້ນທາງດັ່ງກ່າວ ແມ່ນເລີ່ມແຕ່ທາງເລກທີ 9 ເຂົ້າຫາບ້ານ ແຈລະມ໋ອງ ມີຄວາມຍາວ 5 ກິໂລແມັດ ແລະ ກວ້າງ 6 ແມັດ, ໂດຍແມ່ນທຶນສົມທົບຂອງພໍ່ແມ່ປະຊາຊົນພາຍໃນບ້ານ 30 ລ້ານກີບ, ເຈົ້າອະທິການວັດປ່າມະຫາໂຊກ ປະກອບສ່ວນເປັນເງິນ 10 ພັນບາດ (ເງິນໄທ), ໂຮງງານຖ່ານຂາວ ມອບເງິນ 1 ລ້ານກີບ, ໂຮງງານນໍ້າຕານສະຫວັນ ປະກອບສ່ວນທາງດ້ານ ລົດຈົກ ແລະ ລົດເກດ; ນອກນັ້ນ ບໍລິສັດລາວມຸງຄຸນ ກໍ່ສ້າງຂົວທາງ ກໍໄດ້ປະກອບສ່ວນລົດໂລເຂົ້າຊ່ວຍຕື່ມອີກ ເພື່ອເຮັດໃຫ້ເສັ້ນທາງເຂົ້າຫາບ້ານດັ່ງກ່າວມີຄວາມສະດວກສະບາຍຂຶ້ນກວ່າເກົ່າ.