*//// *//// ເມືອງໂພນໄຊ ຍັງຕ້ອງການທືນພັດທະນາພື້ນຖານໂຄງລ່າງຫຼາຍດ້ານເພື່ອພົ້ນຄວາມທຸກ – Vte9 *//// *////

ເມືອງໂພນໄຊ ຍັງຕ້ອງການທືນພັດທະນາພື້ນຖານໂຄງລ່າງຫຼາຍດ້ານເພື່ອພົ້ນຄວາມທຸກ

ແບ່ງປັນຂ່າວນີ້

ເມືອງໂພນໄຊ ຍັງເປັນເມືອງທີ່ກຳລັງຕ້ອງການທຶນຈຳນວນຫຼາຍ ພັດທະນາລະບົບພື້ນຖານໂຄງລ່າງ ເພື່ອຫັນເອົາເມືອງຫຼຸດພົ້ນອອກຈາກເມືອງທຸກຍາກໃນອະນາຄົດ

ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ ໃຫ້ຮູ້ວ່າ: ໂພນໄຊ ເປັນໜຶ່ງໃນ 4 ເມືອງທຸກຍາກຂອງແຂວງຫຼວງພະບາງ, ມີເນື້ອທີ່ 2.243 ກິໂລຕາແມັດ ເປັນພູດອຍກວມ 90% ຂອງເນື້ອທີ່ທັງໝົດ, ໃນນັ້ນ ມີເນື້ອທີ່ປ່າປົກຫຸ້ມ ກວມ 64,27% ຂອງເນື້ອທີ່ທັງໝົດ, ທົ່ວເມືອງປະກອບມີ 57 ບ້ານ, 6.019 ຄອບຄົວ, ພົນລະເມືອງ 36.113 ຄົນ, ຍິງ 17.491 ຄົນ, ພື້ນຖານໂຄງລ່າງຢູ່ແຕ່ລະບ້ານແມ່ນ ຍັງບໍ່ທັນໄດ້ຮັບການພັດທະນາດີເທົ່າທີ່ຄວນ ຍັງມີລັກສະນະປະຖົມປະຖານ, ພື້ນຖານການຜະລິດຂອງປະຊາຊົນ ຍັງອາໄສທຳມະຊາດເປັນສ່ວນໃຫຍ່, ອາ ຊີບຕົ້ນຕໍຂອງປະຊາຊົນແມ່ນ ເອົາການປູກຝັງ ແລະ ລ້ຽງສັດກວມ 90%, ປັດຈຸບັນ ຍັງບໍ່ທັນມີບ້ານພັດທະນາ, ມີບ້ານພົ້ນທຸກພຽງແຕ່ 7 ບ້ານ ແລະ ອີກ 50 ບ້ານຍັງເປັນບ້ານທຸກຍາກ, ຜ່ານການປະເມີນເຫັນວ່າ ຍັງຫຼາຍຄາດໝາຍບໍ່ບັນລຸ ເປັນຕົ້ນ ເສັ້ນທາງຄົມມະນາຄົມເຂົ້າເຖິງທຽວໄດ້ຕະຫຼອດປີ, ຄອບຄົວທຸກຍາກຍັງກວມອັດຕາສ່ວນສູງ ພື້ນຖານເສດຖະກິດຂອງປະຊາຊົນຍັງຕໍ່າ, ລະດັບການເຕີບໂຕທາງດ້ານເສດຖະກິດມະຫາພາກໃນປີ 2021 ບັນ ລຸໄດ້ 6,6% ຕໍ່ປີ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 8,1 ລ້ານກວ່າກີບຕໍ່ຄົນຕໍ່ປີ, ປັດຈຸບັນ ອົງການປົກຄອງເມືອງ ພວມສຸມໃສ່ພັດທະນາເສດຖະກິດສັງຄົມຂອງເມືອງຕາມທ່າແຮງ ເພື່ອນຳພາປະຊາຊົນພາຍໃນເມືອງ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ ໃຫ້ຮູ້ວ່າ: ຫາກມີການກໍ່ສ້າງເສັ້ນທາງປູຢາງ ແຕ່ເທດສະບານ ເມືອງໂພນໄຊ ຫາ ເມືອງພູກູດ ແຂວງຊຽງຂວາງ ມີລວງຍາວ 77 ກວ່າກິໂລແມັດ, ຈະເຮັດໃຫ້ເມືອງໂພນໄຊ ເປັນເມືອງໜຶ່ງທີ່ມີເສັ້ນເຊື່ອມຕໍ່ ລະຫວ່າງ ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ເຊິ່ງເປັນເງື່ອນໄຂໜຶ່ງໃນການພັດທະນາເສດຖະກິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ລວມທັງການພັດທະນາພື້ນຖານໂຄງລ່າງອື່ນໆ.