*//// *//// ເມືອງປາກທາ ທຳລາຍສິນຄ້າເຊື່ອມຄຸນ ແລະ ໝົດອາຍຸ ມູນຄ່າ 5 ລ້ານກວ່າກີບ – Vte9 *//// *////

ເມືອງປາກທາ ທຳລາຍສິນຄ້າເຊື່ອມຄຸນ ແລະ ໝົດອາຍຸ ມູນຄ່າ 5 ລ້ານກວ່າກີບ

ແບ່ງປັນຂ່າວນີ້

ເມືອງປາກທາ ທຳລາຍສິນຄ້າໝົດອາຍຸ, ເຊື່ອມຄຸນນະພາບ ທີ່ຢືດມາຈາກ 21 ຮ້ານ ລວມມູນຄ່າ 5,4 ລ້ານກີບ

ວັນທີ 29 ເມສາ 2022 ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງປາກທາ ແຂວງບໍ່ແກ້ວ ໄດ້ທຳລາຍສິນຄ້າໝົດອາຍຸ, ເຊື່ອມຄຸນນະພາບ, ທ່ານ ວຽງຊາຍ ບຸນພະຈັນ ຜູ້ຮັກສາການຫົວໜ້າຫ້ອງ ການອຸດສາຫະກຳ ແລະ ການຄ້າ ເມືອງປາກທາ ໄດ້ລາຍງານຫຍໍ້ກ່ຽວກັບການລົງກວດກາສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ແລະ ສິນຄ້າຕ້ອງຫ້າມຕາມຫ້າງຮ້ານຕ່າງໆໃນທົ່ວເທດສະບານເມືອງປາກທາ ວ່າ: ໃນການລົງກວດກາຄັ້ງນີ້ ແມ່ນເນັ້ນຫົວໜ່ວຍທຸລະກິດຫ້າງຮ້ານ ຈຳນວນ 23 ຮ້ານ ໃນເຂດບ້ານຫາດສະ ແລະ ບ້ານກ້ອນຕື່ນ,ຈຽງຕອງ, ຜ່ານການກວດກາ ພົບເຫັນສິນຄ້າໝົດອາຍຸການນຳໃຊ້, ເຊື່ອມຄຸນ, ປອມແປງລອກຮຽນແບບ ແລະ ສິນຄ້າຕ້ອງຫ້າມ 21 ລາຍການ ຈາກ 21 ຮ້ານ ລວມມູນຄ່າ 5,4 ລ້ານກວ່າກີບ, ພາຍຫຼັງກວດພົບສິນຄ້າດັ່ງກ່າວ ຄະນະຮັບຜິດຊອບກໍໄດ້ຢືດເພື່ອໄປທຳລາຍຖິ້ມ ພ້ອມທັງໄດ້ເຮັດບົດບັນທຶກກ່າວເຕືອນເຈົ້າຂອງຮ້ານ ຫ້າມນຳເອົາສິນຄ້າໝົດອາຍຸ, ເຊື່ອມຄຸນນະພາບ ມາວາງຂາຍຢ່າງເດັດຂາດ, ການລົງກວດກາໃນຄັ້ງນີ້ ເຈົ້າໜ້າທີ່ຍັງໃຫ້ຄຳແນະນຳເຈົ້າຂອງຮ້ານໃຫ້ຮູ້ວິທີກວດກາສິນຄ້າໝົດອາຍຸ ແລະ ໃຫ້ເຂົ້າໃຈຕໍ່ລະບຽບການ ມີຄວາມຕື່ນຕົວກວດກາສິນຄ້າດ້ວຍຕົວເອງ ເພື່ອຮັບປະກັນຕໍ່ຜູ້ບໍລິໂພກໃຫ້ໄດ້ຮັບສິນຄ້າທີ່ມີຄຸນນະພາບທີດີ ແລະ ປອດໄພຕໍ່ສຸຂະພາບ.

ໂອກາດເຂົ້າຮ່ວມໃນພິທີ, ທ່ານ ຄຳໃສ ບົວປິ່ນ ຮອງເຈົ້າເມືອງໆປາກທາ ຍັງໄດ້ເນັ້ນໃຫ້ພາກ ສ່ວນທີກ່ຽວຂ້ອງ ສືບຕໍ່ລົງຈັດຕັ້ງປະຕິບັດກວດກາສິນຄ້າຢູ່ບັນດາຫ້າງຮ້ານ ແລະ ບັນດາບ້ານໃນທົ່ວເທດສະບານເມືອງໃຫ້ທົ່ວເຖິງ ເພື່ອຈະໄດ້ນຳເອົາສິນຄ້າທີ່ໝົດອາຍຸ ເຊື່ອມຄຸນມາທຳລາຍຖິ້ມ ທັງເປັນການປົກປ້ອງຜູ້ບໍລິໂພກ ແລະ ໄດ້ຮຽກຮ້ອງໃຫ້ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນ ກ່ອນຈະຊື້ສິນຄ້າຕ້ອງອ່ານສະຫຼາກໜ້າຊອງກ່ອນ, ອັນນີ້ ກໍເພື່ອແນ່ໃສໃຫ້ຜູ້ບໍລິໂພກພາຍໃນເມືອງ ໄດ້ຮັບຄວາມປອດໄພຈາກສິນຄ້າໝົດອາຍຸການ, ຮັບປະກັນໃຫ້ການຊື້ການຂາຍມີຄວາມໂປ່ງໃສ ແລະ ຖືກຕ້ອງຕາມລະບຽບຫຼັກການທີ່ວາງໄວ້, ຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນເຜົາທຳລາຍສິນຄ້າທີ່ໝົດຄຸນນະພາບ, ເຊື່ອມຄຸນ ແລະ ສິນຄ້າຕ້ອງຫ້າມ, ປອມແປງລອກຮຽນແບບ.