*//// *//// ພາບຈຳລອງ ໂຄງການທາງດ່ວນ ວຽງຈັນ-ປາກເຊ – Vte9 *//// *////

ພາບຈຳລອງ ໂຄງການທາງດ່ວນ ວຽງຈັນ-ປາກເຊ

ແບ່ງປັນຂ່າວນີ້

ອີກໜຶ່ງຄວາມຫວັງຂອງປະຊາຊົນລາວ ໃນການຈະໄດ້ນຳໃຊ້ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ ຫາ ນະຄອນປາກເຊ ແຂວງຈຳປາສັກ, ທີ່ຈະຫຍໍ້ເວລາເດີນທາງລົງຈາກ 8 ຊົ່ວໂມງໃຫ້ຫຼຸດລົງມາພຽງ 4-5 ຊົ່ວໂມງ.

ຕາມຂໍ້ມູນເປີດເຜີຍໃຫ້ຮູ້ວ່າ: ພາຍຫຼັງ ການສຶກສາສຳຫຼວດອອກແບບ ໂຄງການກໍ່ສ້າງເສັ້ນ ທາງດ່ວນ ແຕ່ນະຄອນຫຼວງວຽງຈັນ-ປາກເຊ ແຂວງຈຳປາສັກ ມາເກືອບ 1 ທົດສະວັດ, ມາມື້ນີ້ໄດ້ເຫັນຮູບແບບຂອງໂຄງການ ກໍຄື ພາບຈຳລອງ, ທີ່ເປັນເສັ້ນທາງທີ່ມີໜ້າາທາງກວ້າງ 23 ແມັດ, ມີ 4 ຊ່ອງຈາລະຈອນ ແລະ ອີກ 1ຊ່ອງສຸກເສີນ, ການອອກແບບ ເປັນມາດຕະຖານຊັ້ນໜຶ່ງ ຂອງອາຊຽນ ແລະ ສາກົນ, ຄວາມໄວໃນການອອກແບບ 80-120 ກິໂລແມັດຕໍ່ຊົ່ວໂມງ, ຈຸດເລີ່ມຕົ້ນຢູ່ທາງ 450 ປີ (ເຂດທ່າບົກ ທ່ານາແລ້ງ ວຽງຈັນໂລຈິສຕິກປາກສ໌), ການກໍ່ສ້າງຈະຄູ່ຂະໜານໄປກັບທາງໝາຍເລກ 13 ໃຕ້ (ທີ່ກຳລັງ ມີການປັບປຸງໃນໄລຍະໄປແຂວງ ບໍລິຄຳໄຊ ປັດຈຸບັນ.

ໂຄງການນີ້ ຖ້າສ້າງສຳເລັດ ແລະ ເຊື່ອມຈອດກັນແລ້ວ ການເດີນທາງໄປ ປາກເຊ ຈາກປົກກະຕິ 8-10 ຊົ່ວໂມງ ຈະເຫຼືອພຽງ 4-5 ຊົ່ວໂມງ, ເຊິ່ງຈະຜ່ານແຂວງບໍລິຄຳໄຊ ຈາກ 2:30 ຊົ່ວໂມງ ຈະເຫຼືອພຽງ 1ຊົ່ວໂມງ, ແຂວງຄຳມ່ວນ ເມືອງທ່າແຂກ ຈາກ 6 ຊົ່ວໂມງ ກໍເຫຼືອພຽງ 3 ຊົ່ວໂມງ, ສະຫວັນນະເຂດ ຈາກ 8 ຊົ່ວໂມງ ກໍເຫຼືອພຽງ 3-4 ຊົ່ວໂມງ ແລະ ແຂວງສາລະວັນ ເວລາການເດີນທາງ ກໍຈະຫຼຸດລົງເຖິງເທົ່າຕົວ ເຊັ່ນກັນ.

ນອກຈາກໂຄງການດັ່ງກ່າວນີ້ແລ້ວ ລັດຖະບານລາວ ຍັງມີແຜນຈະສ້າງທາງດ່ວນຈາກປາກເຊໄປເຖິງແຂວງອັດຕະປື ຕື່ມອີກ.