*//// *//// ບານເຕະທີມຊາດລາວ ເລັ່ງເຝິກຊ້ອມ ເພື່ອກຽມພ້ອມແຂ່ງຂັນຊີເກມ ຄັ້ງທີ 31 – Vte9 *//// *////

ບານເຕະທີມຊາດລາວ ເລັ່ງເຝິກຊ້ອມ ເພື່ອກຽມພ້ອມແຂ່ງຂັນຊີເກມ ຄັ້ງທີ 31

ແບ່ງປັນຂ່າວນີ້

ທ່ານຜູ້ຊົມ ນີ້ເປັນພາບບັນຍາກາດ ການຝຶກຊ້ອມຂອງທີມບານເຕະຊາຍ 32 ຄົນ ທີ່ຖືກຄັດເລືອກເປັນທີມຊາດລາວ ເພື່ອເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາຊີເກມຄັ້ງທີ 31, ໃນລະຫວ່າງວັນທີ 11-21 ພຶດສະພາ 2022 ທີ່ ສສ. ຫຽວດນາມ

ໃນການກະກຽມຄວາມພ້ອມຄັ້ງນີ້ ທ່ານ ໄມເຄີນ ໄວສ໌ ຫົວຫນ້າຄູຝຶກ ໄດ້ເອີ້ນນັກກີລາທັງຫມົດເຂົ້າສູນເກັບຕົວເພື່ອຝຶກຊ້ອມ ນັບຕັ້ງແຕ່ວັນທີ 18 ເມສາ 2022 ເປັນຕົ້ນມາ ແລະ ລາຍຊື່ນັກກີລາ 32 ຄົນ ທີ່ຜ່ານການຄັດປະ ກອບມີ ຜູ້ຮັກສາປະຕູ 5 ຄົນ 1 ທ້າວ ແກ້ວອຸດອນ ສຸວັນນະສັງໂສ ສະໂມສອນກີລາບານເຕະກອງທັບ, ທ້າວ ຈັນທະວິໄຊ ທຽບອານົງ ສະໂມສອນກີລາບານເຕະ ເອສະຣາ, ທ້າວ ໄຊສະຫວາດ ສຸວັນນະໂຊກ ສະໂມສອນກິລາບານເຕະຊ້າງນ້ອຍ, ທ້າວ ບຸນໂຊກ ສິງຫາລາດ ສະໂມສອນກີລາບານເຕະຈຳປາສັກ, ທ້າວ ສີອຳພອນ ແສງສະຫວ່າງ ສະໂມສອນກີ ລາບານເຕະວຽງຈັນ ສ່ວນກອງຫລັງ ມີ: ທ້າວ ຈິດປະສົງ ລັດຖະຈັກ ແລະ ທ້າວ ກ້າຫານ ເພັດສີວິໄລ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ, ທ້າວ ອານັນຕະຊາ ສີພົງພັນ ແລະ ທ້າວ ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ, ທ້າວ ນະລົງສິດ ຈັນທະລັງສີ ແລະ ທ້າວ ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະຈຳປາສັກ, ທ້າວ ອິນທະຈັກ ສີສຸພັນ ຈາກສະໂມສອນກິລາບານເຕະຫຼວງພະບາງ, ແອັດ ວຽງຄໍາ ຈາກສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ, ກອງກາງມີ: ພຸດທະໄຊ ໂຄຈະເລີນ ຈາກ ສະໂມສອນກິລາບານເຕະ ສະຫມຸດປະການ (ໄທລີກ 1), ພິທັກ ກອງມາທິລາດ ຈາກ ສະໂມສອນກິລາບານເຕະ ນະຄອນປະຖົມ (ໄທລີກ 2), ສິນນະກອນ ກູມະນີຄຳ ຈາກ ສະ ໂມສອນກິລາບານເຕະ ຫຼວງພະບາງ, ພັດທະນາ ພົມມະເທບ, ພຸດທະລັກ ທອງຊະນິດ, ອານຸສອນ ໄຊປັນຍາ ແລະ ປີເຕີ້ ພັນທະວົງ ຈາກ ສະໂມສອນກິລາບານເຕະ ເອສະຣາ, ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະຊ້າງນ້ອຍ, ດາໜຸດ ທອງຄໍາສະຫວັດ, ກ້ວຍເຈັງ ໜູພັກດີ, ຈັນທະວີໄຊ ຂຸນທຸມພອນ ແລະ ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ຈຳປາສັກ, ວົງພະຈັນ ພຸດທະວົງ ຈາກ ສະໂມສອນກິລາບານເຕະ ເມືອງຫາດ, ພູວຽງ ພູມສະຫວັດ ຈາກ ສະໂມສອນກິລາບານເຕະວຽງຈັນ, ຄອນສະຫວັນ ແກ້ວໜູຈັນ ແລະ ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ.

ກອງຫນ້າມີ ວີສີດ ບຸນປະເສີດ ຈາກສະໂມສອນກິລາບານເຕະ ຈຳປາສັກ, ເອກກະໄມ ລາດຊະຈັກ ຈາກແຂວງສະຫວັນນະເຂດ, ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ ເຊິ່ງການແຂ່ງຂັນບານເຕະຊາຍ ໃນງານມະຫະກຳຄັ້ງນີ້ ມີ 10 ປະເທດ ເຂົ້າຮ່ວມຄື: ຫວຽດນາມ, ໄທ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ສິງກະໂປ, ຟີລິບປິນ, ຕີມໍ ເລສເຕ, ລາວ ແລະ ກຳປູເຈຍ. ໃນນັ້ນ ລາວເຮົາແມ່ນຢູ່ໃນກຸ່ມບີ ເຊີ່ງຈະມີ ໄທ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ການແຂ່ງຂັນນັດທໍາອິດ ທີມຊາດລາວ ພົບ ສິງກະໂປ ວັນທີ 7 ພຶດສະພາ ເວລາ 16:00 ໂມງ ຢູ່ທີ່ສະຫນາມ Viet Tri, ນັດທີ 2 ພົບກັບ ກຳປູເຈຍ ວັນທີ 9 ພຶດສະພາ ເວລາ 16:00 ໂມງ ທີ່ສະຫນາມ Thien Truong, ນັດທີ 3 ພົບກັບມາເລເຊຍ ວັນທີ 11 ພຶດສະພາ ເວລາ 19:00 ໂມງ ທີ່ສະຫນາມ Thien Truong, ນັດທີ 4 ແມ່ນພົບກັບ ໄທວັນທີ 16 ພຶດສະພາ ທີ່ສະຫນາມ