*//// *//// ອີກແລ້ວ ໂຈນໃຈບາບລັກຂ້າຄວາຍປະຊາຊົນ  – Vte9 *//// *////

ອີກແລ້ວ ໂຈນໃຈບາບລັກຂ້າຄວາຍປະຊາຊົນ 

ແບ່ງປັນຂ່າວນີ້

ໃນລະຫວ່າງວັນທີ 21-22 ເມສາ 2022 ໃນເວລາກາງຄືນ ໄດ້ມີຄົນຮ້າຍບໍ່ຊາບຊື່ ແລະ ຈຳນວນມາລັກຂ້າຄວາຍຂອງປະຊາຊົນ ຈຳນວນ 1 ໂຕ ຢູບ້ານສົມຫວາດ ເມືອງປາກງື່ມ ນະຄອນຫລວງວຽງຈັນ.

ເຈົ້າຫນ້າທີ່ ເມືອງປາກງື່ມ  ລາຍງານວ່າ: ຜູ້ເສຍຫາຍ ຜູ້ເສຍຫາຍທ້າວ ສະຫ່ວາງ ອາຍຸ 68 ປີ, ເຮັດນາ ບ້ານ ສົມສະຫວາດ ເມືອງປາກງື່ມ ຜົນເສຍ: ຄວາຍແມ່ດຳໃຫ່ຍ 1 ໂຕ ( ມູນຄ່າ: 10.000.000 ກີບ) ສິບລ້ານກີບ.

ປັດຈຸບັນ ໜ່ວຍງານວິຊາສະເພາະ ປກສ ເມືອງ ສືບຕໍ່ລົງເອົາຂໍ້ມູນຕື່ມອີກ ແລະ ລົງຕິດຕາມເປົ້າສົງຄາດກະວ່າມີ ສ່ວນກ່ຽວພັນກັບເຫດການທີ່ເກີດຂຶ້ນ,ໄດ້ຂໍມູນແນວໃດຈະລາຍງານຫົວໜ້າຕາມຫຼັງຕື່ມອີກ.

ຮຽບຮຽງໂດຍ: ທິບພະຈັນ.