*//// *//// ທະນາຄານໂລກ ເຕືອນວິກິດອາຫານ ອາດຈະແກ່ດົນໄປເຖິງປີ 2023 – Vte9 *//// *////

ທະນາຄານໂລກ ເຕືອນວິກິດອາຫານ ອາດຈະແກ່ດົນໄປເຖິງປີ 2023

ແບ່ງປັນຂ່າວນີ້

ທະນາຄານໂລກ ເຕືອນໂລກອາດຈະປະເຊີນກັບວິກິດອາຫານແກ່ຍາວໄປຈົນເຖິງປີ 2023 ແລະ ສິ່ງທີ່ໜ້າເປັນຫ່ວງແມ່ນປະຊາຊົນ ຈະຫັນໄປຫາອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການຕ່ຳລົງ ຖ້າຫາກບໍ່ມີທາງເລືອກ

ເມື່ອບໍ່ດົນມານີ້ ຂ່າວສານຊິນຮວາລາຍງານວ່າ: ທ່ານ ເດວິດ ມັນພາສ ປະທານທະນາຄານໂລກໄດ້ອອກຖະແຫຼງການ ໃນກອງປະຊຸມລະດູໃບໄມ້ຫຼົ່ນປະຈຳປີ 2022 ຂອງກອງທຶນການເງິນສາກົນ ແລະ ທະນາຄານໂລກ ກ່ຽວກັບ ສະຖານະການໂລກຂອງພວກເຮົາໃນປັດຈຸບັນ ຈະເຮັດໃຫ້ວິກິດການທາງດ້ານອາຫານແກ່ຍາວເປັນເວລາຫຼາຍເດືອນ ໄປຈົນເຖິງປີ 2023, ຊຶ່ງສ່ວນຫຼາຍແລ້ວສະຖານະການໂລກປັດຈຸບັນ ກຳລັງສ້າງແຮງກົດດັນຕໍ່ກຸ່ມຄົນທຸກຍາກ. ເນື່ອງຈາກ ລາຄາອາຫານມີການປັບໂຕເພີ່ມຂຶ້ນປະມານ 37% ເມື່ອທຽບແບບລາຍປີ ແລະ ປັບຕົວເພີ່ມຂຶ້ນຫຼາຍກວ່າດັດຊະນີລາຄາຜູ້ບໍລິໂພກ ທີ່ມີໄລຍະສຳຄັນ ເພາະເປັນມາດຕາວັດວ່າ ບັນຫາທີ່ເກີດຂຶ້ນສົ່ງຜົນກະທົບຕໍ່ກຸ່ມຄົນທີ່ທຸກຍາກຫຼາຍ ຊຶ່ງພວກເຂົາໃຊ້ຈ່າຍເງິນຊື້ອາຫານຫຼາຍກວ່າ ງົບປະມານລາຍວັນຂອງພວກເຂົາ. ສະນັ້ນ, ພາວະຂາດແຄນອາຫານ, ພະລັງງານ ແລະ ປຸ໋ຍ ແມ່ນມີສ່ວນສຳຄັນຕໍ່ກັບການປູກຝັງ ກຳລັງສ້າງວິກິດການຄວາມບໍ່ໝັ້ນຄົງທາງດ້ານອາຫານ ທີ່ຈະໃຊ້ເວລາດົນຫຼາຍເດືອນ ແລະ ອາດຈະແກ່ຍາວໄປຈົນເຖິງປີ 2023.

ທ່ານ ມັນພາສ ກ່າວຕື່ມວ່າ ບັນຫາເລື່ອງອາຫານມີຄວາມຮຸນແຮງ ລາຄາທີ່ແພງຂຶ້ນສົ່ງຜົນກະ ທົບຕໍ່ກຸ່ມຄົນທີ່ມີຖານະທຸກຍາກທີ່ສຸດ. ສະນັ້ນ, ບັນຫາດັ່ງກ່າວຈຶ່ງສົ່ງຜົນກະທົບຕໍ່ປະຊາຊົນໃນປະເທດ ທີ່ທຸກຍາກ ໂດຍສະເພາະ ກຸ່ມຄົນທີ່ຢູ່ໃນພື້ນທີ່ຊົນນະບົດ ແລະ ຍັງມີທ່າອ່ຽງວ່າປະຊາຊົນຈະຫັນໄປຫາອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການຕ່ຳລົງຖ້າຫາກບໍ່ມີທາງເລືອກ, ເຊິ່ງບັນຫານີ້ ທະນາຄານໂລກຈະຈັດຫາງົບປະມານອຸດໜູນດ້ວຍວົງເງິນ 1,7 ແສນລ້ານໂດລາ ຕະຫຼອດໄລຍະ 15 ເດືອນຂ້າງໜ້າ ເພື່ອຊ່ວຍຜ່ອນຄາຍວິກິດການຄັ້ງນີ້ ທີ່ຈະເປັນການຈັດຫາເງິນຊ່ວຍເຫຼືອກ້ອນໃຫຍ່ທີ່ສຸດຂອງທະນາ ຄານໂລກ.