*//// *//// ໄຕມາດທີ 1 ທາງລົດໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າ ໄດ້ແລ້ວຫຼາຍກວ່າ 2,70 ແສນໂຕນ – Vte9 *//// *////

ໄຕມາດທີ 1 ທາງລົດໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າ ໄດ້ແລ້ວຫຼາຍກວ່າ 2,70 ແສນໂຕນ

ແບ່ງປັນຂ່າວນີ້

ໃນໄຕມາດທີ 1 ຂອງປີນີ້ ຫຼື ໄລຍະ 3 ເດືອນຕົ້ນປີ, ສິນຄ້າຂາເຂົ້າ-ຂາອອກ ຜ່ານທາງລົດໄຟລາວ-ຈີນ ທີ່ໄດ້ມີການກວດກາ ແລະ ອະນຸມັດ ຈາກດ່ານພາສີ ຄຸນມິງ ປະເທດຈີນ ມີທັງໝົດ 2,76 ແສນໂຕນ ແລະ ມີມູນຄ່າ 2,9 ຕື້ຢວນ. ໃນນັ້ນ, ສິນຄ້າສົ່ງອອກແມ່ນ 9 ໝື່ນໂຕນ ແລະ ສ່ວນໃຫຍ່ເປັນເຄື່ອງໃຊ້ປະຈຳວັນ ແລະ ຜະລິດຕະພັນກົນຈັກ, ເຄື່ອງໄຟຟ້າ; ສິນຄ້ານຳເຂົ້າ 1,85 ແສນໂຕນ, ຕົ້ນຕໍແມ່ນຢາງພາລາ, ແຮ່ທາດເຫຼັກ, ຖ່ານດັງໄຟ, ຜະລິດຕະພັນກະສິກຳ ແລະ ແຮ່ທາດອື່ນໆ ຈາກປະເທດອາຊີຕາເວັນອອກສຽງໃຕ້.