*//// *//// ໄດ້ແລ້ວ 26 ນັກກີລາທີມບານເຕະຍິງ ເຂົ້າຮ່ວມແຂ່ງຂັນຊີເກມ ຄັ້ງທີ 31 ທີ່ ສສ ຫຽວດນາມ – Vte9 *//// *////

ໄດ້ແລ້ວ 26 ນັກກີລາທີມບານເຕະຍິງ ເຂົ້າຮ່ວມແຂ່ງຂັນຊີເກມ ຄັ້ງທີ 31 ທີ່ ສສ ຫຽວດນາມ

ແບ່ງປັນຂ່າວນີ້

ສະຫະພັນບານເຕະ ແຫ່ງຊາດລາວ ປະກາດ 26 ລາຍຊື່ນັກກີລາ ທີ່ຕິດທີມບານເຕະຍິງ ທີມຊາດລາວ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກີລາຊີເກມຄັ້ງທີ 31 ຫຼື 31st SEA GAMES HANOI 2021 ລະຫວ່າງວັນທີ 11-21 ພຶດສະພາ ທີ່ປະເທດຫຽວດນາມ.

ສຳລັບ ລາຍຊື່ນັກກີລາຍິງ 26 ຄົນ ປະກອບມີຜູ້ຮັກສາປະຕູ 3 ຄົນ ຄື: ນາງ ພັດທະລາວະດີ ສໍໂພທິຣາຊ ຈາກແຂວງສະຫວັນນະເຂດ, ນາງ ເພັດລາວັນ ໄຊຍະເພັດດາລາ ແລະ ນາງ ບັງອອນ ພອນໄຊ ຈາກນະຄອນຫຼວງວຽງຈັນ, ສ່ວນກອງຫຼັງມີ ນ. ວິລິນທອນ ວົງແສງທອງ, ນາງ ວິໄລວັນ ປັນຍານຸວົງ, ນາງ ຫຼ້ານ້ອຍ ວົງສິງຄໍາ, ນາງ ສາຍສະໝອນ ອິນທະພອນ, ນາງ ທິບປະກອນ ສີວົງລາດ, ນາງ ໂບລິ້ງ ຫຼວງຄີລີ, ນາງ ໃຈຄໍາ ໄຊຍະປະເສີດ, ນາງ ດາລາວອນ ສໍພາບມີໄຊ, ນາງ ລັດຕິກອນ ປະທຸມຊາດ ຈາກ ນະຄອນຫຼວງ ແລະ ນ. ປະນັດດາ ໂພທິສານ ຈາກແຂວງສະຫວັນນະເຂດ, ກອງກາງ ມີ ນ. ອານຸຕາ ຈັນທີທອງ, ນາງ ອິນທິດາ ຄູນສີ, ນາງ ພຸດສະດີ ຫຼວງອາມາດ, ນາງ ພະນິກອນ ວັນນະລາດ, ນາງ ແສງເດືອນ ພົງໄພລັດ ຈາກນະຄອນຫລວງ, ນາງ ພອນທິບ ພົມມະຈັນ, ນາງ ດາວເຮືອງ ຈັນທະລາ, ນາງ ພິມພາ ທອງສະຫວ່າງ ຈາກແຂວງສະຫວັນນະເຂດ ແລະ ນ. ແຫຼ້ ອິນທະວົງ ຈາກ ແຂວງຄຳມ່ວນ, ສຳລັບ ກອງຫນ້າ ມີ ນ. ຫັດລືໄທ ທໍາມະວົງສາ ຈາກ ແຂວງສະຫວັນນະເຂດ ແລະ ນາງ ອາພັດຊະລາ ຈັນທະວົງໄຊ ວາດີ້ ອິນທິຍາ ຈິນດາ ສີຫາລາດ ຈາກ ນະຄອນຫຼວງ, ສ່ວນຫົວຫນ້າຄູຝຶກທີ່ຄຸມທີມໃນຊຸດນີ້ ນຳໂດຍ ທ່ານ ວົງມີໄຊ ສຸບົວຄຳ ແລະ ມີຜູ້ຊ່ວຍຄູຝຶກ ທ່ານ ນາງ ດອນສະຫວັນ ໄຊຍະສົມບັດ, ທ່ານ ນາງ ຄານຊະນິດ ຄຳຈະເລີນ ແລະ ໃນການຝຶກຊ້ອມ ແມ່ນໄດ້ນຳພານັກກີລາຝຶກຊ້ອມແຕ່ ວັນທີ 14 ມີນາ 2022 ເປັນຕົ້ນມາ.
ທ່ານ ວົງມີໄຊ ສຸບົວຄຳ ຄູຝຶກບານເຕະຍິງທີມຊາດລາວຊຸດນີ້ ໄດ້ໃຫ້ຮູ້ວ່າ: ຖືວ່າທ້າທາຍ ໃນການວາງເປົ້າໝາຍເພື່ອສ້າງຜົນງານດີໃນຊີເກມຄັ້ງນີ້, ທີມຊຸດນີ້ແມ່ນມີຫຼາຍຈຸດທີ່ຕ້ອງປັບ ແລະ ມີເວ ລາບໍ່ຫຼາຍ, ນັກກີລາທັງໝົດໄດ້ສ້າງມາແຕ່ປີ 2016 ຮຸ່ນອາຍຸ 15-16 ປີ ທີ່ຟອມດີໃນການຊິງແຊ້ມອາ ຊຽນ, ລວມທັງການແຂ່ງຂັນລະດັບອາຊີ ແລະ ລາຍການພິເສດຕ່າງໆ ຈົນຂຶ້ນທີມຊຸດໃຫຍ່.

ການແຂ່ງຂັນຄັ້ງນີ້ມີ 8 ປະເທດເຂົ້າຮ່ວມຄື: ຫວຽດນາມ, ໄທ, ອິນໂດເນເຊຍ, ມຽນມາ, ສິງກະໂປ, ຟີລິບປິນ, ລາວ ແລະ ກຳປູເຈຍ. ຈາກການຈັບສະຫຼາກ ທີມຊາດລາວ ໄດ້ຢູ່ໃນກຸ່ມບີ ມີ ໄທ, ມຽນມາ ແລະ ສິງກະໂປ, ກຸ່ມເອ ມີ ຫວຽດນາມ, ຟີລິບປິນ, ກຳປູເຈຍ ແລະ ອິນໂດເນເຊຍ ແລະ ການແຂ່ງຂັນໃນນັດທໍາອິດ ລາວ ຈະພົບກັບມຽນມາ ໃນວັນທີ 10 ພຶດສະພາ, ນັດທີ 2 ແມ່ນພົບກັບ ສິງກະໂປ ໃນວັນທີ 13 ພຶດສະພາ ແລະ ນັດທີ 3 ຈະພົບກັບ ທີມຊາດໄທ ໃນວັນທີ 15 ພຶດສະພາ.


ຮຽງຮຽງ: ເດດອຸດົມ