ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຜທ ຄັ້ງທີ 8 ສະໄໝທີ IV

ໃນວັນທີ 19 ເມສາ 2022 ສະຫາຍ ຄຳເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງ ແຜນການ ແລະ ການລົງທຶນ ເປັນປະທານກ່າວເປີດກອງປະຊຸມກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ແຜນການ ແລະ ການລົງທຶນ ຄັ້ງທີ 8 ສະໄໝທີ IV. ມີສະຫາຍຮອງເລຂາຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ ບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະນໍາ ກະຊວງ ບັນດາສະຫາຍ ເລຂາໜ່ວຍພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດເປັນປະທານກ່າວເປີດກອງປະຊຸມ ສະຫາຍ ຄຳເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງ ແຜນການ ແລະ ການລົງທຶນ ກ່າວບາງຕອນວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ແຜນການ ແລະ ການລົງທຶນ ຄັ້ງທີ 8, ສະໄໝທີ IV ປະຈໍາໄຕມາດ 1 ປີ 2022 ໄດ້ໄຂຂຶ້ນໃນຢູ່ໃນຊ່ວງເວລາທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດຂອງຊາດ, ທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ແຜນປີ 2022 ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ວາລະແຫ່ງຊາດວ່າດ້ວຍການຢາເສບຕິດ. ພ້ອມດຽວກັນນີ້, ຢູ່ແຕ່ລະໜ່ວຍພັກ ໃນທົ່ວອົງຄະນະພັກກະຊວງ ແຜນການ ແລະ ການລົງທຶນ ພວກເຮົາ ກໍ່ພວມແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ກະຊວງ ແຜນການ ແລະ ການລົງທຶນ ໃຫ້ເຂົ້າສູ່ລວງເລິກ ແລະປະກົດຜົນເປັນຈິງຍິ່ງຂຶ້ນ.

ຈຸດປະສົງກອງປະຊຸມ ເພື່ອສະຫຼຸບ-ຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ, ຄຳສັ່ງຕ່າງໆ ຂອງຂັ້ນເທິງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງ ແຜນການ ແລະ ການລົງທຶນ ໃນໄລຍະ 03 ເດືອນ ຜ່ານມາ (ເດືອງ 1, 2, 3 ປີ 2022) ແລະ ວາງທິດທາງແຜນການ ໃນໄຕມາດ II (4,5,6 ປີ 2022); ເພື່ອຄົ້ນຄວ້າ ແລະ ຕົກລົງເປັນເອກະພາບກ່ຽວກັບ ຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງກະຊວງແຜນການ ແລະ ການລົງທຶນ ໃນໄລຍະການປະຕິບັດວາລະເເຫ່ງຊາດ ໃນຕໍ່ໜ້າ ແລະ ເພື່ອສືບຕໍ່ປັບປຸງຄວາມສາມາດການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງ ແຜນການ ແລະ ການລົງທຶນ ແນ່ໃສ່ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ນັບມື້ມີປະສິດທິພາບ ແລະ ປະສິດທິຜົນ.

ຂ່າວ: ຕະວັນ

ພາບ: ສັກ